ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ນະຄອນຫຼວງວຽງຈັນ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (2010––2025) ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ສຄຄຊ.
ໃນພິທີດັ່ງກ່າວ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຂຶ້ນຮັບໃບຍ້ອງຍໍ, ໃບຊົມເຊີຍ ແລະ ໂລ່ລະນຶກ ຈາກທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ບຸນຄຳ ວິລະຈິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ.
ຕະຫຼາດທຶນລາວໃນຮອບ 15 ປີທີ່ຜ່ານມາ ໄດ້ບັນລຸຜົນສຳເລັດຫຼາຍດ້ານ ເຊັ່ນ:
- ການເພີ່ມຂຶ້ນຂອງທຶນທີ່ລະດົມຜ່ານຕະຫຼາດທຽບໃສ່ GDP
- ຈຳນວນບໍລິສັດທີ່ຈົດທະບຽນ ແລະ ນັກລົງທຶນໃໝ່ໆ ເພີ່ມຂຶ້ນຢ່າງຕໍ່ເນື່ອງ
- ການພັດທະນານິຕິກຳ ແລະ ການຂະຫຍາຍຄວາມຮ່ວມມືກັບປະເທດໃນພາກພື້ນ ແລະ ສາກົນ
ພາຍໃນງານ ທ່ານ ແພງສີ ແພງເມືອງ ຫົວໜ້າ ສຄຄຊ, ໄດ້ລາຍງານວຽກງານໃນໄລຍະຜ່ານມາ ແລະ ແຜນພັດທະນາວຽກງານ 5 ປີຕໍ່ໜ້າ ເພື່ອເຮັດໃຫ້ຕະຫຼາດທຶນລາວມີການຍົກລະດັບເພີ່ມຂື້ນ ແລະ ສົ່ງເສີມການເຕີບໂຕຢ່າງມີປະສິດທິຜົນ. ແລະ ພ້ອມດຽວກັນນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ໄດ້ໃຫ້ຄຳແນະນຳແກ່ບັນດາຫົວໜ່ວຍທຸລະກິດແຕ່ລະພາກສ່ວນຕ່າງໆ ຂັບເຄື່ອນຕະຫຼາດທຶນລາວໃຫ້ເຕີບໂຕທັງດ້ານປະລິມານ ແລະ ຄຸນນະພາບ ໃຫ້ທັນສະໄໝ, ສີຂຽວ ແລະ ຍືນຍົງ.
ພະລັງງານທີ່ຍືນຍົງສຳລັບຊາດ





