ໃນວັນທີ 10 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນພັດທະນາໂຄງການພະລັງງານທີ່ສຳຄັນລະຫວ່າງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ບໍລິສັດ CS Tech Co., Ltd.
ການລົງນາມໃນຄັ້ງນີ້ແມ່ນເພື່ອຮ່ວມມືກັນໃນສອງວຽກງານຫຼັກຄື:
- ພັດທະນາພະລັງງານແສງຕາເວັນລອຍນໍ້າ (Floating Solar) ໃນເຂດເຂື່ອນໄຟຟ້ານ້ຳຕົກ.
- ພັດທະນາສິນເຊື່ອຄາບອນ (Carbon Credit)
ຜູ້ເຂົ້າຮ່ວມພິທີ ໃນການເຊັນສັນຍາຄັ້ງນີ້:
- ຝ່າຍ ຜ-ຟຟລ: ນຳໂດຍ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ
- ຝ່າຍ ບໍລິສັດ CS Tech: ນຳໂດຍ ທ່ານ Seo Dong-myeong – Managing Director
ການຮ່ວມມືນີ້ເປັນບາດກ້າວສຳຄັນໃນການເພີ່ມປະສິດທິພາບການຜະລິດໄຟຟ້າແບບປະສົມປະສານ (Hydro-Solar Hybrid) ແລະ ເສີມສ້າງບົດບາດຂອງ ຜ-ຟຟລ ໃນການຄ້າຂາຍຄາບອນ (Carbon Trading), ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງຂອງປະເທດຊາດ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ






