ວັນທີ 22-23 ຕຸລາ 2025 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຈັດການຝຶກອົບຮົມພາຍໃນຄັ້ງສຳຄັນ ວ່າດ້ວຍຫົວຂໍ້ “ການກວດສອບລະບົບຄຸ້ມຄອງພາຍໃນ ແລະ ການກວດສອບ ຈັດຊື້-ຈັດຈ້າງ” ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງ ລັດວິສາຫະກິດໄຟຟ້າລາວ.
ໃນພິທີເປີດ, ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ EDL-Gen, ໄດ້ເນັ້ນຢໍ້າວ່າ: “ວຽກງານກວດສອບແມ່ນໜຶ່ງໃນວຽກງານທີ່ສຳຄັນທີ່ສຸດຕໍ່ການດໍາເນີນທຸລະກິດ, ເຊິ່ງມີບົດບາດສຳຄັນຕໍ່ແຜນປະຕິຮູບຮອບດ້ານຂອງ EDL-Gen. ພວກເຮົາຕ້ອງມຸ່ງເນັ້ນໃຫ້ລະບົບການປະຕິບັດວຽກງານໃນທຸກຂົງເຂດມີຄວາມຖືກຕ້ອງ, ໂປ່ງໃສ, ກວດສອບໄດ້, ແລະ ມີມາດຕະຖານທຽບເທົ່າສາກົນ ຕາມວິໄສທັດ ແລະ ພາລະກິດຂອງບໍລິສັດ.”
ການຝຶກອົບຮົມຄັ້ງນີ້ໃຊ້ເວລາ 2 ວັນ, ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 60 ທ່ານ, ເຊິ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີບົດບາດສຳຄັນຕໍ່ການເຄື່ອນໄຫວວຽກງານທົ່ວ EDL-Gen:
• ຄະນະຜູ້ອໍານວຍການຝ່າຍພາຍໃນສໍານັກງານໃຫຍ່
• ພະນັກງານລະດັບພະແນກການ
• ຄະນະຜູ້ອໍານວຍການເຂື່ອນ ທີ່ EDL-Gen ຄຸ້ມຄອງ
ຜົນການຝຶກອົບຮົມໄດ້ສະແດງໃຫ້ເຫັນວ່າ ຫົວຂໍ້ທີ່ນຳມາຄົ້ນຄວ້າ ແລະ ຖອດຖອນບົດຮຽນແມ່ນສອດຄ່ອງກັບຈຸດປະສົງຂອງແຜນປະຕິຮູບ, ໂດຍສະເພາະແມ່ນການຍົກລະດັບວຽກງານກວດສອບ-ກວດກາທົ່ວ EDL-Gen.
ເນື້ອໃນສຳຄັນທີ່ນັກສຳມະນາກອນໄດ້ຮັບໃນຄັ້ງນີ້ປະກອບດ້ວຍ:
1. ລະບົບຄວບຄຸມພາຍໃນ:
o ຄວາມໝາຍ ແລະ ຄວາມສຳຄັນຂອງລະບົບຄວບຄຸມ.
o ນຳໃຊ້ຄູ່ມືກວດສອບ ISSAI (International Standards of Supreme Audit Institutions) ແລະ ຫຼັກການຂອງ COSO (The Committee of Sponsoring Organizations of the Treadway Commission) ເຊິ່ງເປັນມາດຕະຖານສາກົນໃນການອອກແບບ, ດໍາເນີນ ແລະ ປະເມີນລະບົບຄວບຄຸມພາຍໃນ.
2. ການກວດສອບຈັດຊື້-ຈັດຈ້າງ:
o ຂັ້ນຕອນການກະກຽມ, ການດໍາເນີນການ ແລະ ການສະຫຼຸບລາຍງານຜົນການກວດສອບ ຈັດຊື້-ຈັດຈ້າງ ຢ່າງເປັນລະບົບ.
ນອກຈາກນີ້, ຍັງໄດ້ເນັ້ນໃສ່ການແລກປ່ຽນບົດຮຽນເພື່ອໃຫ້ນັກສຳມະນາກອນສາມາດນຳໃຊ້ເຄື່ອງມືດ້ານກົດໝາຍ, ນິຕິກຳ ແລະ ມາດຕະຖານກວດສອບແຫ່ງລັດທີ່ກ່ຽວພັນໂດຍກົງກັບ EDL-Gen.
ໃນພິທີປິດ, ທ່ານ ສຸກສະຫວາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຝຶກອົບຮົມ ແລະ ໄດ້ມີການມອບໃບຢັ້ງຢືນໃຫ້ກັບນັກສຳມະນາກອນທຸກທ່ານ ເພື່ອຢັ້ງຢືນ ແລະ ພ້ອມນຳເອົາຄວາມຮູ້ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ.
EDL-Gen ຂໍຢືນຢັນວ່າ: ພວກເຮົາຍັງສືບຕໍ່ເອົາໃຈໃສ່ໃນການພັດທະນາບຸກຄະລາກອນ ແລະ ວຽກງານກວດສອບ-ກວດກາ ເພື່ອສ້າງຄວາມໝັ້ນຄົງ, ໂປ່ງໃສ, ແລະ ຍືນຍົງໃນທຸກການເຄື່ອນໄຫວ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ



