ທີມງານພະແນກສິ່ງແວດລ້ອມ ແລະ ຊຸມຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລົງປະຕິບັດວຽກພາກສະໜາມຢ່າງຕໍ່ເນື່ອງໃນລະຫວ່າງວັນທີ 29/09/2025 – 03/10/2025 ແລະ ວັນທີ 15-17/10/2025 ເພື່ອຕິດຕາມກວດກາຄຸນນະພາບນ້ຳຢູ່ບັນດາເຂື່ອນໄຟຟ້າທີ່ພວກເຮົາຄຸ້ມຄອງ.
ຈຸດປະສົງຫຼັກຂອງການລົງພາກສະໜາມ:
ພວກເຮົາໄດ້ກວດສອບຄຸນນະພາບນ້ຳຢ່າງລະອຽດ ຢູ່ 7 ເຂື່ອນໄຟຟ້າຄື:
• ເຂື່ອນໄຟຟ້າ: ນ້ຳຄານ 2-3
• ເຂື່ອນໄຟຟ້າ: ນ້ຳສະນາ
• ເຂື່ອນໄຟຟ້າ: ນ້ຳຊອງ
• ເຂື່ອນໄຟຟ້າ: ນ້ຳງື່ມ 1
• ເຂື່ອນໄຟຟ້າ: ນ້ຳມັງ 3
• ເຂື່ອນໄຟຟ້າ: ນ້ຳຈຽນ
• ເຂື່ອນໄຟຟ້າ: ນ້ຳເລິກ
ການກວດກາຄັ້ງນີ້ໄດ້ເກັບກຳຂໍ້ມູນທາງດ້ານຄຸນນະພາບນ້ຳຢ່າງຮອບດ້ານ, ທັງນ້ຳໜ້າອ່າງເກັບນ້ຳ, ນ້ຳທ້າຍໂຮງຈັກ, ລວມໄປເຖິງນ້ຳທີ່ພະນັກງານນຳໃຊ້ໃນຊີວິດປະຈຳວັນ.
ຜົນໄດ້ຮັບ:
ພວກເຮົາໄດ້ນຳໃຊ້ເຄື່ອງກວດຄຸນນະພາບນ້ຳມາດຕະຖານສູງ HORIBA U-50 ເພື່ອຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ.
ຄວາມສຳຄັນຂອງການຕິດຕາມ:
ຂໍ້ມູນທີ່ໄດ້ເກັບກຳໃນຄັ້ງນີ້ ມີຄວາມສຳຄັນຕໍ່ການຄຸ້ມຄອງໄລຍະຍາວຂອງ EDL-Gen.
ພວກເຮົາຈະນຳຂໍ້ມູນເຫຼົ່ານີ້ໄປ:
1. ບັນທຶກ ແລະ ສົມທຽບ: ເປັນຫຼັກຖານຄຸນນະພາບນ້ຳປະຈຳປີຂອງແຕ່ລະເຂື່ອນ, ສົມທຽບກັບຜົນກວດຈາກຫ້ອງທົດລອງສາກົນ ແລະ ສາຂານ້ຳປະປາຕ່າງໆ.
2. ປະກອບໃສ່ບົດລາຍງານປະຈຳປີ 2025 ໃຫ້ແກ່ ກົມສິ່ງແວດລ້ອມ, ກົມຊັບພະຍາກອນນ້ຳ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນການຢັ້ງຢືນການຕິດຕາມຕາມລະບຽບການ.
3. ປ້ອງກັນ ແລະ ແກ້ໄຂ: ຖ້າຫາກກວດພົບກໍລະນີສານປົນເປື້ອນທີ່ເກີດຈາກກິດຈະກຳອື່ນໆ ທີ່ອາດເຮັດໃຫ້ປາຕາຍ, ຫຼື ປະຊາຊົນມີຜົນກະທົບຕໍ່ສຸຂະພາບ, ພວກເຮົາຈະສາມາດ ແຈ້ງເຕືອນ ແລະ ຫາວິທີແກ້ໄຂໄດ້ທັນການ!
ການດໍາເນີນທຸລະກິດຂອງ EDL-Gen ພວກເຮົາແມ່ນໄປຄຽງຄູ່ກັບການຮັກສາສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງຊຸມຊົນຢູ່ອ້ອມຂ້າງ.
ພວກເຮົາສືບຕໍ່ເຮັດວຽກຢ່າງໜັກ ເພື່ອຮັບປະກັນວ່າພະລັງງານສີຂຽວທີ່ຜະລິດອອກມາຈະມາພ້ອມກັບນ້ຳທີ່ສະອາດ ແລະ ທຳມະຊາດທີ່ຍືນຍົງ!
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ





