ວັນທີ 24 ກັນຍາ 2025 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ “ຜ-ຟຟລ” ເຂົ້າຮ່ວມງານສໍາມະນາພາຍໃຕ້ຫົວຂໍ້: ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day ປະຈຳ 6 ເດືອນຕົ້ນປີ 2025 ທີ່ສຳນັກງານຕະຫຼາດຫຼັກຊັບລາວ ຈຸດປະສົງແມ່ນເພື່ອເປີດໂອກາດໃຫ້ບັນດາບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ພົບປະ ແລະ ນຳສະເໜີຂໍ້ມູນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຂື້ນນຳສະເໜີ ຜົນການດຳເນີນທຸລະກິດໃນຊ່ວງ 6 ເດືອນຕົ້ນປີ 2025 ແລະ ແຜນທຸລະກິດໃນຕໍ່ໜ້າ ຂອງ ຜ-ຟຟລ, ໂດຍມີ ທ່ານ ສຸກສະຫວາດ ໂສສຸພັນ ຜູ້ອໍານວຍການໃຫຍ່ ແລະ ຄະນະຜູ້ບໍລິຫານເຂົ້າຮ່ວມງານສຳມະນາ. ງານສຳມະນາໃນຄັ້ງນີ້ບໍ່ພຽງແຕ່ເປັນເວທີໃຫ້ແກ່ນັກລົງທຶນ ແລະ ຜູ້ທີ່ມີຄວາມສົນໃຈໃນຮຸ້ນໄດ້ມີໂອກາດສອບຖາມກ່ຽວກັບການດຳເນີນທຸລະກິດຂອງ ຜ-ຟຟລ ຢ່າງກົງໄປກົງມາແລ້ວ, ແຕ່ຍັງເປັນການສົ່ງເສີມການປະກອບສ່ວນກິດຈະກຳການລົງທຶນໃນຮຸ້ນຂອງ ຕລຊລ ໃຫ້ມີຄວາມຄຶກຄື້ນ ແລະ ມີສີສັນຫຼາຍຂຶ້ນ.
ພະລັງງານທີ່ຍືນຍົງສຳລັບຊາດ




