ຜ-ຟຟລ ເຂົ້າຮ່ວມງານສຳມະນາພາຍໃຕ້ຫົວຂໍ້: ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day ປະຈຳ 6 ເດືອນຕົ້ນປີ 2025
ວັນທີ 24 ກັນຍາ 2025 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ “ຜ-ຟຟລ” ເຂົ້າຮ່ວມງານສໍາມະນາພາຍໃຕ້ຫົວຂໍ້: ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day ປະຈຳ 6 ເດືອນຕົ້ນປີ 2025 ທີ່ສຳນັກງານຕະຫຼາດຫຼັກຊັບລາວ ຈຸດປະສົງແມ່ນເພື່ອເປີດໂອກາດໃຫ້ບັນດາບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ພົບປະ ແລະ ນຳສະເໜີຂໍ້ມູນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

