ໃນວັນທີ 27 ສິງຫາ 2025, ທ່ານ ຄຳໃບ ຫລວງໄຊ, ຮອງຜູ້ອຳນວຍການໃຫຍ່ ສາຍງານການເງິນ ຂອງ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສໍາມະນາ “Thailand Focus 2025” ທີ່ບາງກອກ, ປະເທດໄທ, ພາຍໃຕ້ຫົວຂໍ້ “Beyond the Challenge”.
ງານສໍາມະນາປະຈຳປີນີ້ຈັດຂຶ້ນໂດຍຕະຫຼາດຫຼັກຊັບແຫ່ງປະເທດໄທ, ເປັນເວທີສໍາຄັນທີ່ເຕົ້າໂຮມນັກລົງທຶນ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ເພື່ອຮັບຟັງນະໂຍບາຍເສດຖະກິດຂອງໄທ ແລະ ແນວໂນ້ມຂອງເສດຖະກິດໂລກ, ພ້ອມທັງຮັບຟັງການແລກປ່ຽນບົດຮຽນກັບບັນດາທຸລະກິດຊັ້ນນຳ.
ການເຂົ້າຮ່ວມຄັ້ງນີ້ ໄດ້ສະແດງເຖິງສາຍພົວພັນອັນດີລະຫວ່າງ ຜ-ຟຟລ ແລະ ຕະຫລາດຫລັກຊັບໄທແລ້ວ ລວມທັງຄວາມເອົາໃຈໃສ່ໃນການຕິດຕາມອັບເດດຂໍ້ມູນຂ່າວສານ ແນວໂນ້ມເສດຖະກິດໂລກ ແລະ ໂອກາດໃນການລົງທຶນໃນອະນາຄົດ ຂອງ ຜ-ຟຟລ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ





