ໃນວັນທີ 20 ສິງຫາ 2025, ທ່ານ ສີລິພົມ ແສງອ່ອນແກ້ວ ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ ຂອງ EDL-Gen ພ້ອມຄະນະ, ໄດ້ລົງຕິດຕາມ ແລະ ກວດກາການດໍາເນີນວຽກງານການຜະລິດໄຟຟ້າ ລວມທັງການຕິດຕາມລະດັບນໍ້າໃນອ່າງຂອງເຂື່ອນໄຟຟ້ານໍ້າງື່ມ-1.
ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອ:
- ຕິດຕາມລະດັບນໍ້າ: ເພື່ອຮັບປະກັນປະສິດທິພາບຂອງການບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້ານໍ້າງື່ມ-1 ໂດຍສະເພາະເລັງເຫັນຄວາມປອດໄພຂອງປະຊາຊົນທີ່ອາໄສຢູ່ທ້າຍເຂື່ອນ.
- ຕິດຕາມ ແລະ ກວດກາການຜະລິດໄຟຟ້າ: ເພື່ອໃຫ້ການຜະລິດມີປະສິດທິພາບສູງສຸດ ໃນການສະໜອງພະລັງງານໄຟຟ້າໃຫ້ທັງພາຍໃນ ປະເທດ ແລະ ສົ່ງອອກ.
EDL-Gen ຍັງຄົງມຸ່ງໝັ້ນໃນການບໍລິຫານຈັດການນໍ້າ ແລະ ການຜະລິດພະລັງງານໄຟຟ້າຢ່າງປອດໄພ ແລະ ໝັ້ນຄົງ ທັງດ້ານພະລັງງານ ແລະ ສິ່ງແວດລ້ອມ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ




