ການນໍາພາຂອງ EDL-Gen ລົງຕິດຕາມໂຄງການ ເຂື່ອນໄຟຟ້ານໍ້າງື່ມ-1
ໃນວັນທີ 20 ສິງຫາ 2025, ທ່ານ ສີລິພົມ ແສງອ່ອນແກ້ວ ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ ຂອງ EDL-Gen ພ້ອມຄະນະ, ໄດ້ລົງຕິດຕາມ ແລະ ກວດກາການດໍາເນີນວຽກງານການຜະລິດໄຟຟ້າ ລວມທັງການຕິດຕາມລະດັບນໍ້າໃນອ່າງຂອງເຂື່ອນໄຟຟ້ານໍ້າງື່ມ-1.

