ວັນທີ 18 ສິງຫາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເລີ່ມການຝຶກອົບຮົມສຸດຍອດໃນຫົວຂໍ້ “Internet of Things (IoT) Integration in Hydropower Generation”
ການຝຶກອົບຮົມ 4 ວັນ (18-21 ສິງຫາ) ນີ້ ຈະສອນໃຫ້ພະນັກງານເຂົ້າໃຈຫຼັກການ ແລະ ການນຳໃຊ້ລະບົບ IoT ໃນການຜະລິດໄຟຟ້າພະລັງງານນ້ຳ.
ສິ່ງທີ່ຈະໄດ້ຮຽນຮູ້ໃນຫຼັກສູດ:
- ພື້ນຖານ IoT: ຮຽນຮູ້ຫຼັກການເຮັດວຽກຂອງ IoT ແລະ ວິທີການພັດທະນາຕົ້ນແບບດ້ວຍອຸປະກອນພື້ນຖານ.
- ການຈັດການຂໍ້ມູນ: ຝຶກຕັ້ງຄ່າ, ຈັດການ ແລະ ເກັບຂໍ້ມູນ IoT ໄວ້ໃນ Cloud ເພື່ອຄວາມປອດໄພ.
- ການວິເຄາະຂໍ້ມູນ: ຝຶກສ້າງ Dashboard ເພື່ອວິເຄາະຂໍ້ມູນ ແລະ ນຳຜົນໄປໃຊ້ງານຕົວຈິງ.
- Machine Learning: ແນະນຳພື້ນຖານກ່ຽວກັບ Machine Learning ເພື່ອວິເຄາະຫາແນວໂນ້ມ ແລະ ເພີ່ມປະສິດທິພາບໃນການເຮັດວຽກ.
ຜູ້ຊ່ຽວຊານ ຮ່ວມໃຫ້ຄວາມຮູ້:
ພິທີເປີດການຝຶກອົບຮົມຄັ້ງນີ້ໄດ້ໃຫ້ກຽດຕ້ອນຮັບ ທ່ານ ດາວວຽງ ສຸນັນທະລາດ, ຮອງຜູ້ອໍານວຍການໃຫຍ່ສາຍງານພັດທະນາທຸລະກິດ ຜ-ຟຟລ, ພ້ອມດ້ວຍວິທະຍາກອນຮັບເຊີນຄົນສຳຄັນຄື:
- ທ່ານ ຜູ້ຊ່ວຍສາດສະດາຈານ ດຣ. ອານຸຊາ ພົມວັງຂວາ ຈາກມະຫາວິທະຍາໄລຊຽງໃໝ່, ປະເທດໄທ.
- ທ່ານ ດຣ. ຄັນຊິດ ງາມສັນໂຣດ ນັກວິໄຈຮັບເຊີນຈາກມະຫາວິທະຍາໄລ South Carolina, ສະຫະລັດອາເມຣິກາ.
ໂດຍມີຜູ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ມາຈາກ ບັນດາເຂື່ອນຕ່າງໆທີ່ ຜ-ຟຟລ ຄຸ້ມຄອງ ຈາກ ລັດວິສາຫະກິດໄຟຟ້າລາວ ແລະ ພະນັກງານປະຈໍາຢູ່ສຳນັກງານໃຫຍ່ ຜ-ຟຟລ ລວມທັງໝົດ: 20 ທ່ານ.
ການຝຶກອົບຮົມນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການຍົກລະດັບຄວາມຮູ້ ແລະ ພັດທະນາບຸກຄະລາກອນໃຫ້ກ້າວທັນຍຸກສະໄໝ, ເພື່ອນໍາເອົາເຕັກໂນໂລຢີໃໝ່ມາປັບໃຊ້ໃນວຽກງານໃຫ້ມີປະສິດທິພາບສູງສຸດ.
ພະລັງງານທີ່ຍືນຍົງສຳລັບຊາດ





