ໃນວັນທີ 6 ສິງຫາ 2025, ທີ່ສຳນັກງານໃຫຍ່ຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen), ໄດ້ມີພິທີເຊັນສັນຍາ Memorandum of Agreement (MOA) ລະຫວ່າງ ຕາງໜ້າຂອງ EDL-Gen ແລະ ບໍລິສັດ ASFC Co.,Ltd. ເພື່ອຮ່ວມມືກັນພັດທະນາໂຄງການພະລັງງານແສງຕາເວັນ ຢູ່ເຂດໂຄງການເຂື່ອນໄຟຟ້າເເຊລະບຳ, ເຂື່ອນໄຟຟ້າເຊເຊັດ 1-2, ເຂື່ອນໄຟຟ້າເຊເຊັດ 3 ແລະ ເຂື່ອນໄຟຟ້ານ້ຳມັງ 3, ໂດຍມີກຳລັງຕິດຕັ້ງລວມທັງໝົດ 15 MW.
ຜູ້ຮ່ວມລົງນາມເຊັນສັນຍາໃນຄັ້ງນີ້ແມ່ນ ທ່ານ ສຸກສະຫວາດ ໂສສຸພັນ, ອຳນວຍການໃຫຍ່ EDL-Gen ແລະ ທ່ານ ນາງ ມິລິນດາ ວິໄລສຸກ, CEO ຂອງບໍລິສັດ ASFC Co.,Ltd. ພ້ອມດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໂຄງການນີ້ຖືເປັນບາດກ້າວສຳຄັນໃນການສົ່ງເສີມການຜະລິດພະລັງງານສະອາດ ແລະ ໝູນວຽນ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ລະບົບພະລັງງານຂອງປະເທດ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ




