ໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ຈັດພິທີປ່ອຍປາ ຢູ່ເຂື່ອນໄຟຟ້ານໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ, ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໝູນວຽນຄົບຮອບອີກວາລະໜຶ່ງ,
ເປັນກຽດເຂົ້າຮ່ວມໃນພິທີ ມີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ປະທານສະພາບໍລິຫານ ຜ-ຟຟລ, ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ສຸກສະຫວດ ໂສສຸພັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ແຂກຖືກເຊີນຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.
ສໍາລັບໄມ້ທີ່ນໍາມາປູກໃນປີນີ້ມີທັງໝົດ 500 ເບ້ຍ, ປະກອບມີ ໄມ້ດູ່, ໄມ້ແຕ້ຄ່າ,ໄມ້ ແຄນ, ໄມ້ຂະຍຸງ; ໃສ່ບໍລິເວນທ້າຍເຮືອນຈັກ ແລະ ປ່ອຍປາທັງໝົດ 20,000 ໂຕ, ມີປານວນຈັນ, ປາເກັດແລບ, ປາບຶກ, ປາໃນ ແລະ ປາປາກ ລົງສູ່ອ່າງເກັບນໍ້າທ້າຍເຂື່ອນ (regulating pond).
ໃນ 15 ປີຜ່ານມາ ຜ-ຟຟລ ໄດ້ສ້າງຂະບວນການປູກຕົ້ນໄມ້ຢູ່ຂອບເຂດແຕ່ລະເຂື່ອນ ໄດ້ຫຼາຍກວ່າ 80,000 ຕົ້ນ ກວມເອົາເກືອບ 90 ເຮັກຕາ ແລະ ປ່ອຍປາ ຫຼາຍກວ່າ 7 ແສນໂຕ ຄືນສູ່ທໍາມະຊາດ (ໃນນີ້ ບໍ່ນັບລວມ ແຕ່ລະເຂື່ອນປູກເອງໃນແຕ່ລະປີ).
ບໍ່ພຽງແຕ່ເຂື່ອນໄຟຟ້ານໍ້າມັງ 3 ເທົ່ານັ້ນ, ບັນດາເຂື່ອນອື່ນໆພາຍໃຕ້ການຄຸ້ມຄອງຂອງ ຜ-ຟຟລ ກໍ່ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາເຊັ່ນດຽວກັນ, ເພື່ອຮ່ວມກັນສ້າງອະນາຄົດທີ່ສີຂຽວສົດໃສ ແລະ ຍືນຍົງໃຫ້ແກ່ປະເທດຊາດ.
ພະລັງງານທີ່ຍືນຍົງສຳລັບຊາດ