ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2025 – ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ໄດ້ນຳພາຄະນະຜູ້ບໍລິຫານເຂົ້າຮ່ວມງານສຳມະນາບໍລິສັດຈົດທະບຽນພົບປະຜູ້ລົງທຶນ “Opportunity Day ປະຈຳປີ 2025” ທີ່ສຳນັກງານໃຫຍ່ຕະຫຼາດຫຼັກຊັບລາວ.
ໃນໂອກາດນີ້, ຜ-ຟຟລ ໄດ້ນຳສະເໜີ ຜົນການເຄື່ອນໄຫວທຸລະກິດປະຈຳປີ 2024 ພ້ອມທັງເປີດເຜີຍ ແຜນທຸລະກິດໃນຕໍ່ໜ້າ ຂອງບໍລິສັດ. ການນຳສະເໜີດັ່ງກ່າວໄດ້ເລີ່ມຖ່າຍທອດສົດຜ່ານ Facebook Page ຂອງຕະຫຼາດຫຼັກຊັບລາວ ໃນວັນທີ 28 ພຶດສະພາ 2025, ເວລາ 14:00 ຫາ 14:55 ໂມງ.
ການຖ່າຍທອດສົດຄັ້ງນີ້ ເປັນໂອກາດສຳຄັນທີ່ເປີດໃຫ້ຜູ້ລົງທຶນ, ຜູ້ຖືຮຸ້ນ ແລະ ມວນຊົນທົ່ວໄປ ສາມາດສົ່ງຄຳຖາມ ແລະ ຂໍ້ສະເໜີຕ່າງໆ ຜ່ານຊ່ອງຄອມເມັ້ນສົດ (Comment LIVE) ເພື່ອສອບຖາມຂໍ້ຂ້ອງໃຈກ່ຽວກັບຜົນການດຳເນີນງານທີ່ຜ່ານມາ, ແຜນການເຄື່ອນໄຫວທຸລະກິດໃນຕໍ່ໜ້າ, ແລະ ບັນຫາອື່ນໆ ທີ່ເຫັນວ່າສຳຄັນຕໍ່ກັບບໍລິສັດຈົດທະບຽນ.
ພະລັງງານທີ່ຍືນຍົງສຳລັບຊາດ