ຜູ້ອຳນວຍການໃຫຍ່ ຜ-ຟຟລ ນຳສະເໜີຜົນການເຄື່ອນໄຫວທຸລະກິດ 2024 ແລະ ແຜນການໃນຕໍ່ໜ້າ

ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2025 – ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ໄດ້ນຳພາຄະນະຜູ້ບໍລິຫານເຂົ້າຮ່ວມງານສຳມະນາບໍລິສັດຈົດທະບຽນພົບປະຜູ້ລົງທຶນ “Opportunity Day ປະຈຳປີ 2025” ທີ່ສຳນັກງານໃຫຍ່ຕະຫຼາດຫຼັກຊັບລາວ.

ຜ-ຟຟລ ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ

ໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ຈັດພິທີປ່ອຍປາ ຢູ່ເຂື່ອນໄຟຟ້ານໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ, ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໝູນວຽນຄົບຮອບອີກວາລະໜຶ່ງ,