ນະຄອນຫຼວງວຽງຈັນ, 22 ພຶດສະພາ 2025 – ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮ່ວມກັບ ມະຫາວິທະຍາໄລຊຽງໃໝ່ (CMU) ຈັດພິທີເປີດການຝຶກອົບຮົມພາຍໃຕ້ຫົວຂໍ້ “Water Management and Reservoir Operation for Hydropower Production in Laos” ຢ່າງເປັນທາງການ.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສູນຝຶກອົບຮົມຂອງລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ, ເຊິ່ງ ການຝຶກອົບຮົມທີ່ຈະດຳເນີນໄປເປັນເວລາ 2 ວັນ (22-23 ພຶດສະພາ 2025).
ພິທີເປີດໄດ້ຮັບກຽດຈາກການເຂົ້າຮ່ວມຂອງບັນດາແຂກຜູ້ມີກຽດຫຼາຍທ່ານ, ນຳໂດຍ:
* ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ເຊິ່ງໄດ້ໃຫ້ກຽດເປັນປະທານເປີດພິທີຝຶກອົບຮົມ.
* ຜູ້ຊ່ວຍສາດສະດາຈານ ດຣ. ອານຸຊາ ພົມວົງຂວາ, ອາຈານປະຈຳພາກວິຊາວິສະວະກຳກົນຈັກ ມະຫາວິທະຍາໄລຊຽງໃໝ່, ເຊິ່ງເປັນວິທະຍາກອນຫຼັກໃນການຝຶກອົບຮົມຄັ້ງນີ້.
* ດຣ. ຄັນຊິດ ງາມສັນໂຣດ, ຜູ້ຊ່ຽວຊານດ້ານການບໍລິຫານຈັດການນ້ຳ, ເຊິ່ງເປັນວິທະຍາກອນຮ່ວມ.
* ນອກຈາກນີ້, ຍັງມີທີ່ປຶກສາໂຄງການຮ່ວມມືລະຫວ່າງ ຜ-ຟຟລ ແລະ CMU, ຄະນະອາຈານ, ຄະນະຝ່າຍຈາກ ຜ-ຟຟລ, ລວມເຖິງຄະນະຜູ້ອຳນວຍການເຂື່ອນຕ່າງໆທີ່ຂຶ້ນກັບການຄຸ້ມຄອງຂອງ ຜ-ຟຟລ.
ພະລັງງານທີ່ຍືນຍົງສຳລັບຊາດ