ຕາງໜ້າ ຜ-ຟຟລ ຮ່ວມກິດຈະກຳ ຕ້ອນຮັບ ວັນກໍາມະກອນສາກົນ ຄົບຮອບ 139 ປີ
ໃນວັນທີ 1 ພຶດສະພາ 2025 ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮ່ວມ ຂະບວນການຍ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025)
ກິດຈະກຳດັ່ງກ່າວ ໄດ້ມີພິທີເປີດ ໃນຕອນເຊົ້າ ວັນທີ 1 ພຶດສະພາ 2025 ທີ່ບໍລິເວນ ອານຸສາວະລີ ປະຕູໄຊ, ນະຄອນຫຼວງວຽງຈັນ
ນອກຈາກການເຂົ້າຮ່ວມ ກິດຈະກຳດັ່ງກ່າວແລ້ວ ຕາງໜ້າຈາກ 03 ອົງການຈັດຕັ້ງ ຜ-ຟຟລ ໄດ້ເອົາ ສິນຄ້າຂອງຕົນ ວາງສະແດງ ແລະ ຈຳໜ່າຍ ໃນງານ ການແຂ່ງຂັນສີມືແຮງງານຂອງ ລັດວິສະຫະກິດໄຟຟ້າລາວ (ຟຟລ) ລະຫວ່າງ ວັນທີ 29-30 ເມສາ 2025, ທີ່ເດີ່ນ ຈອດລົດ ຟຟລ
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ