ກິດຈະກຳ ເຜີຍແຜ່-ເຝິກຊ້ອມ ແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່
ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ອົງການຈັດຕັ້ງສາກົນ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັນຈັດກິດຈະກຳເຜີຍແຜ່ ແລະ ເຝິກຊ້ອມ ແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງລະມ່າມ ແຂວງເຊກອງ ໃນລະຫ່ວາງວັນທີ 29 – 30 ເມສາ 2025.
ກິດຈະກຳເຜີຍແຜ່ ແຜນຮັບມືສຸກເສີນ ຂອງໂຄງການຫ້ວຍລຳພັນໃຫຍ່ ຄັ້ງນີ້ ແມ່ນເປັນກິດຈະກຳໜຶ່ງ ເພື່ອຮັບຟັງການເຜີຍແຜ່ເນື້ອໃນແຜນຮັບມືສຸກເສີນ ຂອງໂຄງການເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ອຳນາດການປົກຄອງບ້ານ, ເມືອງ, ແຂວງ ແລະ ສູນກາງ
ໃນການກະກຽມຄວາມພ້ອມຮັບມືເຫດສຸກເສີນ
ກິດຈະກຳໃນຄັ້ງນີ້ ເປັນການຮ່ວມມືຈາກຫຼາຍພາກສ່ວນ ຄື: ກົມຄຸ້ມຄອງຄວາມປອດໄພອຸດສະຫະກຳພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່; ອົງການ ເຮວວິຕັດ ສະວິດ (Helvetas) ເພື່ອການຮ່ວມມືສາກົນ ແຫ່ງ ສປປ ລາວ; ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ).
ກິດຈະກຳຄັ້ງນີ້ໄດ້ຮັບການສະໜັບສະໜູນທຶນຈາກ Swiss Agency for Development and Cooperation (SDC)
ພະລັງງານທີ່ຍືນຍົງສຳລັບຊາດ