ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2024 ໃນວັນທີ 25 ເມສາ 2025 ທີ່ຫ້ອງປະຊຸມຊັ້ນ 01 ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ
ກອງປະຊຸມຈັດຂຶ້ນເປັນ 02 ລະບົບຄື: ລະບົບແບບເຊິ່ງໜ້າ ແລະ ແບບລະບົບອອນລາຍ
ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ, ປະທານສະພາບໍລິຫານ ຜ-ຟຟລ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງ ທັງໝົດ 7 ວາລະ ປະກອບດ້ວຍ:
ວາລະທີ 1: ລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ຖືຮຸ້ນຄັ້ງຜ່ານມາ.
ວາລະທີ 2: ພິຈາລະນາ ແລະ ຮັບຮອງບົດບັນທຶກກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 01/2025.
ວາລະທີ 3: ພິຈາລະນາ ແລະ ອະນຸມັດເອກະສານລາຍງານການເງິນ 6 ເດືອນຕົ້ນປີ 2024 ແລະ ການອະນຸມັດບໍ່ຈ່າຍເງິນປັນຜົນ ຈາກການດໍາເນີນທຸລະກິດ 06 ເດືອນຕົ້ນປີ 2024 ແລະ ເລື່ອງເງິນປັນຜົນຈາກຜົນການດໍາເນີນທຸລະກິດ ປະຈຳປີ 2024.
ວາລະທີ 4: ພິຈາລະນາ ແລະ ອະນຸມັດບົດລາຍງານຜົນການດໍາເນີນທຸລະກິດຂອງບໍລິສັດ ປີ 2024 ລວມທັງລາຍ ງານການເງິນຂອງບໍລິສັດ ປີ 2024.
ວາລະທີ 5: ພິຈາລະນາ ແລະ ອະນຸມັດແຜນການດໍາເນີນທຸລະກິດຂອງບໍລິສັດປີ 2025.
ວາລະທີ 6: ພິຈາລະນາ ແລະ ອະນຸມັດການຄັດເລືອກ ແລະ ກຳນົດຄ່າວ່າຈ້າງຜູ້ກວດສອບພາຍນອກ ສໍາລັບ ປີ 2026-2028.
ວາລະທີ 7: ພິຈາລະນາ ແລະ ອະນຸມັດການເພີ່ມຕົວຄຸນດັດສະນີເງິນເດືອນພື້ນຖານ ຂອງພະນັກງານບໍລິສັດ.
ຜົນຂອງກອງປະຊຸມແມ່ນເປັນໄປຕາມເປົ້າຫມາຍ
ພະລັງງານທີ່ຍືນຍົງສຳລັບຊາດ