ໃນວັນສຸກທີ 28 ກຸມພາ 2025, ມະຫາວິທະຍາໄລຊຽງໃໝ່ (ມຊ) ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການ ທີ່ຫ້ອງປະຊຸມພະຍາສີວິສານວັຈະ, ສຳນັກງານມະຫາວິທະຍາໄລ ມຊ, ປະເທດໄທ.
ການລົງນາມໃນ MOU ຄັ້ງນີ້ ເປັນບາດກ້າວອັນສຳຄັນໃນການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນຄວາມຮູ້ໃນຂົງເຂດເຕັກໂນໂລຊີໄຟຟ້າ ແລະ ຂົງເຂດອື່ນໆ ທີ່ກ່ຽວຂ້ອງ.
ຄວາມຮ່ວມມືດັ່ງກ່າວ ສະທ້ອນເຖິງວິໄສທັດຮ່ວມຂອງທັງສອງສະຖາບັນໃນການຍົກລະດັບຄວາມສາມາດດ້ານຊັບພະຍາກອນມະນຸດ, ການສົ່ງເສີມການຮຽນຮູ້ຕະຫຼອດຊີວິດ (Lifelong Learning Platform) ແລະ ການພັດທະນາໂຄງການໄລຍະສັ້ນທີ່ສອດຄ່ອງກັບພາລະກິດຂອງລັດວິສາຫະກິດແຫ່ງ ສປປ ລາວ.
ພິທີລົງນາມ MOU ໄດ້ຮັບກຽດຈາກ ສາດສະດາຈານ ດຣ. ພົງລຶກ ສີບັນດິດມົງຄົນ, ອະທິການບໍດີ ມຊ, ແລະ ທ່ານ ດາວຽງ ສຸນນັນທະລາດ, ຮັກສາການຜູ້ອຳນວຍການໃຫຍ່ EDL-Gen, ເຊິ່ງເປັນຜູ້ຕາງໜ້າລົງນາມໃນ MOU.
ພິທີດັ່ງກ່າວຍັງໄດ້ຮັບກຽດຈາກ ຮອງສາດສະດາຈານ ດຣ. ທົ່ງໄຊ ຟົງສະມຸດ, ຄະນະບໍດີ ຄະນະວິສະວະກຳສາດ ມຊ; ດຣ. ບຸນແທນ ຈັນສະໄໝ, ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL); ທ່ານ ນາງ ໂພຄິນ ອັບໄພ, ຜູ້ອຳນວຍການຝ່າຍບໍລິຫານງານສະໜັບສະໜູນອົງກອນ EDL-Gen; ພ້ອມດ້ວຍຄະນະຜູ້ບໍລິຫານຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການຮ່ວມມືທາງດ້ານວິຊາການໃນຄັ້ງນີ້ ເປັນບາດກ້າວອັນສຳຄັນໃນການຍົກລະດັບຄວາມເຂັ້ມແຂງທາງດ້ານວິຊາການ ແລະ ການຖ່າຍທອດເຕັກໂນໂລຊີລະຫວ່າງ ມຊ ແລະ ພາກສ່ວນພະລັງງານຂອງ ສປປ ລາວ.
ຄວາມຮ່ວມມືດັ່ງກ່າວຈະເປັນພື້ນຖານອັນໜັກແໜ້ນໃນການພັດທະນາບຸກຄະລາກອນໃນອະນາຄົດ ແລະ ການຂັບເຄື່ອນອຸດສາຫະກຳໄຟຟ້າໃນພາກພື້ນ.
ພະລັງງານທີ່ຍືນຍົງສຳລັບຊາດ