ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ສຳເລັດການຈັດກອງປະຊຸມ ຜູ້ຖືຮຸ້ນກູ້ ທີ່ປະເທດໄທ ຈຳນວນ 2 ຄັ້ງ ຄື ວັນທີ 24 ທັນວາ 2024 ແລະ ວັນທີ 07 ມັງກອນ 2025 ທີ່ຜ່ານມາ
ກອງປະຊຸມດັ່ງກ່າວ ຈັດຂຶ້ນ ເພື່ອພິຈາລະນາ ອະນຸມັດການແກ້ໄຂປ່ຽນ ແປງຂໍ້ກຳນົດສິດ ໃນເລື່ອງທີ່ກ່ຽວກັບການຮັກສາອັດຕາສ່ວນທາງການເງິນ ຂອງຮຸ້ນກູ້ ຜ-ຟຟລ. ຜ່ານກອງປະຊຸມທັງ 2 ຄັ້ງ ແມ່ນເຫັນວ່າກອງປະຊຸມດຳເນີນໄປໄດ້ດ້ວຍດີ ແລະ ປະສົບຜົນສຳເລັດ ຕາມຄາດໝາຍ
ກອງປະຊຸມໄດ້ຈັດຂຶ້ນທີ່ ໂຮງແຮມ Anantara ບາງກອກ ໂດຍ ການເປັນປະທານຮ່ວມ ຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ປະທານສະພາບໍລິຫານ ຜ-ຟຟລ, ພ້ອມດ້ວຍຄະນະ ແລະ ຜູ້ຖືຮຸ້ນກູ້ ຈຳນວນ 200 ກວ່າທ່ານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ