ໃນວັນທີ 20 ທັນວາ 2024, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົົ້າຮ່ວມງານ “ພິທີມອບຮັບລາງວັນເປີດເຜີຍຂໍ້ມູນດີເດັັ່ນ ແລະ ລາງວັນຄຸ້ມຄອງບໍລິຫານດີເດັັ່ນປະຈໍາປີ 2024 ຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ຫຼື ຕລຊລ (LSX Disclosure and Corporate Governance Award 2024)”.
ພິທີມອບຮັບລາງວັນໃນປີນີ້ ແມ່ນເພື່ອເປັນການສະຫຼຸບຕີລາຄາຍ້ອງຍໍຜົນງານການເປີດເຜີຍຂໍ້ມູນ ແລະ ການຄຸ້ມຄອງບໍລິຫານດີເດັັ່ນ ຂອງບໍລິສັດຈົດທະບຽນໃນ ຕລຊລ ຕະຫຼອດໄລຍະປີ 2024 ທີ່ຕ້ອງໄດ້ປະຕິບັດວຽກງານການ ເປີດເຜີຍຂໍ້ມູນໃຫ້ແກ່ບັນດາຜູ້ລົງທຶນ ແລະ ມວນຊົນຮັບຊາບເປັນປະຈໍາ. ການມອບຮັບລາງວັນດັັ່ງກ່າວ ຍັງເປັນການ ກະຕຸກຊຸກຍູ້ໃຫ້ບັນດາບໍລິສັດຈົດທະບຽນໄດ້ປະຕິບັດການລາຍງານ ແລະ ເປີດເຜີຍຂໍ້ມູນໃຫ້ສືບຕໍ່ເປັນປົກກະຕິຕໍ່ເນື່ອງ ເພື່ອສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ.
ໃນປີ 2024 ຜ-ຟຟລ ແມ່ນໄດ້ລາງວັນຄື: “ການເປີດເຜີຍຂໍ້ມູນດີເດັັ່ນປະເພດ1”, “ລາງວັນເປີດເຜີຍ ຂໍ້ມູນສະໝັກໃຈດີເດັັ່ນ 2024” ແລະ “ການຄຸ້ມຄອງບໍລິຫານດີເດັັ່ນປະເພດ 2”. ເຊິ່ງ ທ່ານ ນາງ ດາລິນາ ຊົງວິໄລ ຮອງຜູ້ອໍານວຍການຝ່າຍບໍລິຫານງານສະໜັບສະໜູນອົງກອນ ໄດ້ເປັນຜູ້ຕາງໜ້າ ບໍລິສັດ ຜ-ຟຟລ ເປັນຜູ້ຮັບລາງວັນດັັ່ງກ່າວ.
ພະລັງງານທີ່ຍືນຍົງສຳລັບຊາດ