EDL-Gen ຍົກລະດັບມາດຕະຖານສາກົນ ຝຶກອົບຮົມການກວດສອບພາຍໃນ ແລະ ຈັດຊື້-ຈັດຈ້າງ

ວັນທີ 22-23 ຕຸລາ 2025 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຈັດການຝຶກອົບຮົມພາຍໃນຄັ້ງສຳຄັນ ວ່າດ້ວຍຫົວຂໍ້ “ການກວດສອບລະບົບຄຸ້ມຄອງພາຍໃນ ແລະ ການກວດສອບ ຈັດຊື້-ຈັດຈ້າງ” ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງ ລັດວິສາຫະກິດໄຟຟ້າລາວ.

EDL-Gen ເອົາໃຈໃສ່! ລົງພາກສະໜາມກວດກາຄຸນນະພາບນ້ຳ 7 ເຂື່ອນໄຟຟ້າ ເພື່ອຄວາມຍືນຍົງຂອງທຳມະຊາດ ແລະ ຊຸມຊົນ

ທີມງານພະແນກສິ່ງແວດລ້ອມ ແລະ ຊຸມຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລົງປະຕິບັດວຽກພາກສະໜາມຢ່າງຕໍ່ເນື່ອງໃນລະຫວ່າງວັນທີ 29/09/2025 – 03/10/2025 ແລະ ວັນທີ 15-17/10/2025 ເພື່ອຕິດຕາມກວດກາຄຸນນະພາບນ້ຳຢູ່ບັນດາເຂື່ອນໄຟຟ້າທີ່ພວກເຮົາຄຸ້ມຄອງ.

ຜ-ຟຟລ ເຂົ້າຮ່ວມງານສຳມະນາພາຍໃຕ້ຫົວຂໍ້: ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day ປະຈຳ 6 ເດືອນຕົ້ນປີ 2025

ວັນທີ 24 ກັນຍາ 2025 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ “ຜ-ຟຟລ” ເຂົ້າຮ່ວມງານສໍາມະນາພາຍໃຕ້ຫົວຂໍ້: ບໍລິສັດຈົດທະບຽນພົບປະຜູ້ລົງທຶນ Opportunity Day ປະຈຳ 6 ເດືອນຕົ້ນປີ 2025 ທີ່ສຳນັກງານຕະຫຼາດຫຼັກຊັບລາວ ຈຸດປະສົງແມ່ນເພື່ອເປີດໂອກາດໃຫ້ບັນດາບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ພົບປະ ແລະ ນຳສະເໜີຂໍ້ມູນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ຜ-ຟຟລ ໄດ້ຈັດງານ ຝຶກອົບຮົມ “ການນຳໃຊ້ລະບົບໂປຣແກຣມຄຸ້ມຄອງຊັບສົມບັດຄົງທີ່ ແລະ ລະບົບໂປຣແກຣມໜີ້ຕ້ອງສົ່ງ AP”

ສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ລະບົບໂປຣແກຣມຄຸ້ມຄອງຊັບສົມບັດຄົງທີ່ ແລະ ລະບົບໂປຣແກຣມໜີ້ຕ້ອງສົ່ງ AP” ທີ່ຕຶກສະຖາບັນໄຟຟ້າລາວ, ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 11-12 ກັນຍາ 2025

EDL-Gen ເຂົ້າຮ່ວມງານ Thailand Focus 2025 ທີ່ບາງກອກ

ໃນວັນທີ 27 ສິງຫາ 2025, ທ່ານ ຄຳໃບ ຫລວງໄຊ, ຮອງຜູ້ອຳນວຍການໃຫຍ່ ສາຍງານການເງິນ ຂອງ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສໍາມະນາ “Thailand Focus 2025” ທີ່ບາງກອກ, ປະເທດໄທ, ພາຍໃຕ້ຫົວຂໍ້ “Beyond the Challenge”.