ຜ-ຟຟລ ເຂົ້າຮ່ວມ ກອງປະຊຸມສໍາມະນາ ຈັດຂຶ້ນໃຫ້ແກ່ບັນດາບໍລິສັດເປົ້າໝາຍ ທີ່ຈະລະດົມທຶນຜ່ານຕະຫຼາດທຶນລາວ

  ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາທີ່ຈັດຂຶ້ນ ໃຫ້ແກ່ບັນດາບໍລິສັດເປົ້າໝາຍ ທີ່ຈະລະດົມທຶນຜ່ານຕະຫຼາດທຶນລາວ ໃນຫົວຂໍ້: “ການເຕີບໃຫຍ່ຂອງທຸລະກິດໃນຂົງເຂດຕະຫຼາດທຶນ” ເຊີ່ງກອງປະຊຸມດັ່ງກ່າວຈັດໂດຍ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບ, ໃນວັນທີ 13-17 ກຸມພາ 2023 ທີ່ແຂວງ ໄຊຍະບູລີ ແລະ ແຂວງ ຫຼວງພະບາງ.

ຜ-ຟຟລ ສະໜັບສະໜູນ ງົບປະມານ ສ້ອມແປງ ອາຄານຮຽນ ບ້ານ ພູເກົ້ານາງ

  ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມການກວດກາໜ້າວຽກ ແລະ ມອບ-ຮັບ ອາຄານຮຽນ ໂຮງຮຽນປະຖົມສົມບູນ ບ້ານ ພູເກົ້ານາງ ເຊິ່ງຕັ້ງຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ.

ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2023

  ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2022 ໃນວັນທີ 30 ມັງກອນ 2023 ທີ່ ຫ້ອງປະຊຸມສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ.

ຜ-ຟຟລ ເຂົ້າຮ່ວມຮັບລາງວັນໃນງານ The Annual Global Economics Awards 2022

  ໃນວັນທີ 20 ມັງກອນ 2023 ທີ່ບາງກອກ ແຫ່ງ ປະເທດໄທ ຕາງໜ້າບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມຮັບລາງວັນ The Annual Global Economics Awards 2022, ໃນສາຂາ Most Sustainable Practices in Energy Laos.

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2022 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2022 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”