ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມການກວດກາໜ້າວຽກ ແລະ ມອບ-ຮັບ ອາຄານຮຽນ ໂຮງຮຽນປະຖົມສົມບູນ ບ້ານ ພູເກົ້ານາງ ເຊິ່ງຕັ້ງຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ.
ການບູລະນະໂຮງຮຽນດັ່ງກ່າວ ແມ່ນເປັນໜຶ່ງໃນໂຄງການທີ່ໄດ້ຮັບບຸລິມະສິດ ໃນການນຳໃຊ້ທຶນພັດທະນາຊຸມຊົນ ຂອງ 07 ເຂື່ອນ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ປະຈຳປີ 2022.
ເຂົ້າຮ່ວມ ການກວດສອບ ແລະ ມອບ-ຮັບ ອາຄານຮຽນໃນຄັ້ງນີ້ ນຳໂດຍ ທ່ານ ນາງ ສຸກສັນ ພົງພິລາ ຮອງຜູ້ອຳນວຍການໃຫຍ່, ສາຍງານບໍລິຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ
ໂຮງຮຽນປະຖົມ ບ້ານພູເກົ້ານາງ ເປັນໂຮງຮຽນອາຄານຊັ້ນດຽວ ມີທັງໝົດ 5 ຫ້ອງຮຽນ ສຳລັບນັກຮຽນ 5 ຊັ້ນ ຮຽນໃນລະດັບປະຖົມ, ເຊິ່ງຕັ້ງຢູ່ ແຄມອ່າງນ້ຳງື່ມ ຫ່າງຈາກ ນະຄອນຫຼວງວຽງຈັນ ໄປທາງທິດຕາເວັນອອກສຽງເໜືອ ປະມານ 70 ກິໂລແມັດ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ