ໜ່ວຍສະຫະພັນແມ່ຍິງ ຜ–ຟຟລ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານ ແກ່ນ້ອງໆນັກຮຽນ
ໃນວັນທີ 18 ກໍລະກົດ 2022 ຄະນະໜ່ວຍສະຫະພັນແມ່ຍິງ ຜ-ຟຟລ ແລະ ພະນັກງານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກໍາ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານທ່ຽງ ແກ່ນ້ອງໆນັກຮຽນ ໂຮງຮຽນ ປະຖົມ ບ້ານ ສາມັກຄີໄຊ, ເມືອງ ຊຽງເງິນ, ແຂວງ ຫຼວງພະບາງ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ, ໂດຍມີ ທ່ານ ນາງ ສຸກສັນ ພົງພິລາ ປະທານໜ່ວຍສະຫະພັນແມ່ຍິງ ຜ-ຟຟລ, ຮອງຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະພະນັກງານ ຜ-ຟຟລ, ຫົວໜ້າພະແນກສຶກສາເມືອງຊຽງເງີນ, ຄູອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມກິດຈະກຳໃນຄັ້ງນີ້.
ສຳລັບເຄື່ອງອຸປະກອນທີ່ນໍາມາມອບ ປະກອບດ້ວຍ ຊຸດອຸປະກອນການຮຽນ-ການສອນ, ອຸປະກອນກິລາ, ປື້ມແບບຮຽນ ປ1-ປ5 ແລະ ອຸປະກອນອື່ນໆ ລວມມູນຄ່າທັງໝົດ ປະມານ 25 ລ້ານກີບ. ພາຍຫຼັງສຳເລັດການມອບ-ຮັບ ກໍ່ໄດ້ມີການຈັດພາເຂົ້າສາມັກຄີສໍາລັບນ້ອງໆນັກຮຽນ, ຄູອາຈານ, ອໍານາດການປົກຄອງທ້ອງຖິ່ນ ພ້ອມດ້ວຍ ເອື້ອຍນ້ອງພະນັກງານທີ່ເຂົ້າຮ່ວມກິດຈະກຳດັ່ງກ່າວດ້ວຍ.
ໂຮງຮຽນປະຖົມ ແລະ ມັດທະຍົມ ບ້ານ ສາມັກຄີໄຊ ເປັນໂຮງຮຽນ ທີ່ຕັ້ງຢູ່ໃກ້ກັບໂຄງການເຂື່ອນໄຟຟ້າ ນໍ້າຄານ 3 ເປັນໂຮງຮຽນທີ່ສ້າງຂຶ້ນໃໝ່ ໃນບ້ານຈັດສັນ ດັ່ງກ່າວ.
ພະລັງງານທີ່ຍືນຍົງສຳລັບຊາດ