ຜ-ຟຟລ ແລະ ຟຟລ ຮ່ວມກັນຈັດກິດຈະກຳປ່ອຍປາ ສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ–ສັດປ່າ ແຫ່ງຊາດ
ໃນວັນທີ 13 ກໍລະກົດ 2022 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດກິດຈະກຳປ່ອຍປາ ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ບ້ານແສງສະຫວ່າງ, ເມືອງແກ້ວອຸດົມ, ແຂວງ ວຽງຈັນ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 25 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ.
ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ ໂດຍມີທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ, ຮອງປະທານສະພາບໍລິຫານ ຜ-ຟຟລ, ທ່ານ ສີສະຫວາດ ແສງພະຈັນ ເຈົ້າເມືອງແກ້ວອຸດົມ, ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍ ບັນດາພະນັກງານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກິດຈະກຳດັ່ງກ່າວ ຜ-ຟຟລ ແລະ ຟຟລ ໄດ້ຮ່ວມກັນ ນຳພັນປາຈຳນວນ 15,100 ໂຕ ປະກອບມີ ປາບຶກ, ປາຕອງ, ປາປາກ, ປານວນຈັນ ແລະ ປາໄນ ປ່ອຍລົງສູ່ບໍລິເວນ ອ່າງເກັບນ້ຳໜ້າເຂື່ອນ ເຊິ່ງເປັນ ເຂດວັງສະຫງວນອານຸລັກສັດນໍ້າ ອີກແຫ່ງໜຶ່ງຂອງເຂື່ອນໄຟຟ້ານໍ້າງື່ມ-1 ເພື່ອແນໃສ່ການປົກປັກຮັກສາລະບົບນິເວດ ແລະ ຄືນຄວາມອຸດົມສົມບູນສູ່ແຫຼ່ງນໍ້າທຳມະຊາດ.
ວຽກງານການປົກປັກຮັກສາສິ່ງແວດລ້ອມ ກໍ່ເປັນອີກວຽກງານໜຶ່ງ ທີ່ ຜ-ຟຟລ ໃຫ້ຄວາມສຳຄັນ ແລະ ໄດ້ປະຕິບັດຄຽງຄູ່ກັບການດຳເນີນທຸລະກິດກ່ຽວກັບວຽກງານຜະລິດໄຟຟ້າມາໂດຍຕະຫຼອດ.
ພະລັງງານທີ່ຍືນຍົງສຳລັບຊາດ