EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ–ຟຟລ) ຫຼື EDL-Gen ໄດ້ຈັດກິດຈະກຳ ປູກຕົ້ນໄມ້ ແລະ ປ່ອຍປາ ທີ່ເຂື່ອນ ໄຟຟ້າ ນ້ຳສະນາ, ເມືອງ ກາສີ, ແຂວງ ວຽງຈັນ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປະຈໍາປີ 2022.
ກິດຈະກຳໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງກາສີ, ທ່ານ ດວງສີ ພາຣາຍົກ ຜູ້ອໍານວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະ, ອຳນາການປົກຄອງທ້ອງຖິ່ນ ແລະ ຄະນະເຂື່ອນ ພ້ອມດ້ວຍພະນັກງານ ຂອງ ຜ-ຟຟລ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກິດຈະກຳດັ່ງກ່າວ ເພື່ອເປັນການເພີ່ມຄວາມອຸດົມສົມບູນໃຫ້ມີຄວາມຍືນຍົງ ແລະ ເປັນການສົ່ງເສີມການປູກໄມ້ໃຫ້ກາຍເປັນປ່າ, ຜ-ຟຟລ ໄດ້ມີການປູກຕົ້ນໄມ້ໃນບໍລິເວນເຂື່ອນ ເປັນຕົ້ນແມ່ນ: ໄມ້ແຕ້ຄ່າ, ຕົ້ນໄມ້ດູ່, ຕົ້ນໄມ້ຂະຍຸງ ແລະ ອື່ນໆ ລວມທັງໝົດ ຈຳນວນ 200 ເບ້ຍ ແລະ ນອກນັ້ນ ເພື່ອເປັນການອານຸລັກ ແລະ ຂະຫຍາຍພັນປາຕາມແຫຼ່ງນ້ຳທຳມະຊາດ ກໍ່ໄດ້ປ່ອຍປາ ຈຳນວນ 10.000 ໂຕ ປະກອບດ້ວຍ ປາເກັດແລບ, ປາປາກ, ປາໃນ ແລະ ປານິນ ລົງໃສ່ຄອງນໍ້າທ້າຍເຮືອນຈັກຂອງເຂື່ອນດັ່ງກ່າວ
ສຳລັບປີ 2022 ນີ້ ນອກຈາກຈະມີການຈັດກິດຈະກຳທີ່ເຂື່ອນໄຟຟ້ານ້ຳສະນາແລ້ວ ບັນດາເຂື່ອນຕ່າງໆ ຂອງ ຜ-ຟຟລ ກໍ່ໄດ້ມີການຈັດກິດຈະກໍຳປູກຕົ້ນໄມ້ ແລະ ປ່ອຍປາ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວນີ້ເຊັ່ນດຽວກັນ.
ພະລັງງານທີ່ຍືນຍົງສຳລັບຊາດ