ຜ-ຟຟລ ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2021
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2021 ໃນວັນທີ 27 ເມສາ 2022 ທີ່ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.
ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງປະທານສະພາບໍລິຫານ ຜ-ຟຟລ ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເພື່ອເປັນການຫຼີກລ້ຽງການເຂົ້າຮ່ວມທີ່ມີຈຳນວນຄົນຫຼາຍ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ຄະນະຜູ້ຈັດງານໄດ້ຈັດກອງປະຊຸມ ເປັນ 02 ລະບົບຄື: ລະບົບແບບຊ້ອງໜ້າ ແລະ ລະບົບແບບອອນລາຍ
ຈຸດປະສົງຫຼັກ ສຳລັບກອງປະຊຸມຜູ້ຖືຮຸ້ນປະຈຳປີ 2021 ປະກອບດ້ວຍ:
-
- ພິຈາລະນາ ແລະ ຮັບຮອງ ການແຕ່ງຕັ້ງສະພາບໍລິຫານຜູ້ໃໝ່ເພື່ອປ່ຽນແທນຜູ້ເກົ່າ ທີ່ຄົບອາຍຸການ ໄປຮັບໜ້າທີ່ໃໝ່ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄືນໃໝ່,
- ພິຈາລະນາ ແລະ ຮັບຮອງບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2020,
- ພິຈາລະນາ ແລະ ອະນຸມັດການຈ່າຍເງິນປັນຜົນຈາກຜົນການດຳເນີນທຸລະກິດ ປະຈຳປີ 2021 ແລະ ວາລະອື່ນໆ ລວມທັງໝົດ 7 ວາລະ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ