ຜ-ຟຟລ ໄດ້ຮັບລາງວັນ ທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ ຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະເພດບູລິມະສິດດີເດັ່ນ-ຂະແໜງການພະລັງງານ ໃນງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ລາງວັນການພັດທະນາສີມື ແຮງງານ ປະຈຳປີ 2021 ” (ASEAN Business Awards Laos and Skill Development) ໃນວັນທີ 4 ກຸມພາ 2022 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ.
ໂດຍຕາງໜ້າ ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້ ແມ່ນ ທ່ານ ດວງສີ ພາຣາຍົກ ຜູ້ອຳນວຍການໃຫຍ່ ຜ-ຟຟລ. ພິທີດັ່ງກ່າວຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍ ໂຄງການພັດທະນາອະຊີວະສຶກສາ ອົງການຮ່ວມມືລາວ-ເຢຍລະມັນ (GIZ) ປະຈຳລາວ ໂດຍການໃຫ້ກຽດມອບຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ຄໍາເເພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນປະຈຳລາວ ແລະ ບັນດານັກທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ໄດ້ເຂົ້າຮ່ວມໃນພິິທີດັ່ງກ່າວ.
ພະລັງງານທີ່ຍືນຍົງສຳລັບຊາດ