ຜ-ຟຟລ ປະກອບສ່ວນວຽກງານຊ່ວຍເຫຼືອສັງຄົມ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ໄດ້ອຸປະຖໍາເງິນສຳລັບວຽກງານຊ່ວຍເຫຼືອສັງຄົມ ໂດຍ ໃນວັນທີ 27 ສິງຫາ 2021 ຜູ້ຕາງໜ້າ ຜ-ຟຟລ ໄດ້ມອບເງິນຈຳນວນ 5 ລ້ານກີບໃຫ້ແກ່ ຜູ້ຕາງໜ້າ ລັດວິສາຫະກິດໄຟຟ້າລາວ ເພື່ອປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມທີ່ແຂວງໄຊຍະບູລີ ຫ່ວາງບໍ່ດົນມານີ້.
ນອກຈາກວຽກງານຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມທີ່ແຂວງໄຊຍະບູລີແລ້ວ ວັນທີ 26 ກໍລະກົດ 2021 ທີ່ສະໂມສອນບ້ານຫ້ວຍດໍາໃໝ່ ໄດ້ມີພິທີມອບ-ຮັບ ໂທລະໂຄ່ງ ຈຳນວນ 3 ໜ່ວຍ ພ້ອມດ້ວຍອຸປະກອນຕິດຕັ້ງຄົບຊຸດ ໃຫ້ບ້ານຈັດສັນ ບ້ານ ຫ້ວຍດໍາໃໝ່, ເມືອງທ່າແຕງ, ແຂວງ ເຊກອງ. ຈຸດປະສົງໃນການມອບຄັ້ງນີ້ ແມ່ນເພື່ອໃຫ້ບ້ານດັ່ງກ່າວໄດ້ນໍາໃຊ້ເຂົ້າໃນການປະກາດແຈ້ງ ຂໍ້ມູນ ຂ່າວປະຊາສຳພັນໃຫ້ປະຊາຊົນໄດ້ຮັບຮູ້ ວຽກງານເຄື່ອນໄຫວ ຈາກອໍານາດການປົກຄອງ ແລະ ພາຍໃນບ້ານດັ່ງກ່າວ.
ການໃຫ້ການສະໜັບສະໜູນວຽກງານຊ່ວຍເຫຼືອສັງຄົມທີ່ໄດ້ກ່າວມາຂ້າງເທິງນັ້ນ ກໍ່ເປັນວຽກງານໜຶ່ງທີ່ ຜ-ຟຟລ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນວຽກງານດັ່ງກ່າວມາໂດຍຕະຫຼອດ ເປັນຕົ້ນແມ່ນການມີສ່ວນຮ່ວມໃນສັງຄົມ ແລະ ຊຸມຊົນອ້ອມຂ້າງເຂື່ອນໃນທຸກໆດ້ານ.
ພະລັງງານທີ່ຍືນຍົງສຳລັບຊາດ