ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ປະກອບສ່ວນມອບເງິນຊ່ວຍເຫຼືອໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19
ໃນວັນທີ 30 ເມສາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ສະໜັບສະໜູນງົບປະມານຊ່ວຍເຫຼືອ ໃຫ້ກັບຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ Covid-19 ເປັນຈຳນວນເງິນ 500.000.000 ກີບ
ເຊິ່ງຕາງໜ້າມອບໂດຍ ທ່ານ ດວງສີ ພາຣາຍົກ ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ທ່ານ ວົງສະກຸນ ຍິ່ງຍົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຕາງຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid-19 ໃນ ສປປລາວ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ