ດຳເນີນການປ່ອຍນ້ຳເພື່ອປັບລະດັບນ້ຳຂອງອ່າງເກັບນ້ຳ ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ເລີ່ມແຕ່ເວລາ: 10:00 ໂມງ ຂອງວັນທີ 07/10/2020 ເຖີງ ເວລາ: 24:00ໂມງ ຂອງວັນທີ10/10/2020.

ແຈ້ງການ: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ຂໍຖືເປັນກຽດແຈ້ງເຕືອນມາຍັງອຳນາດການປົກຄອງແຂວງ, ອຳນາດການປົກຄອງເມືອງ, ອຳນາດການປົກຄອງ ທ້ອງຖີ່ນ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບວ່າ ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີຄວາມຈຳເປັນຈະໄດ້ລະບາຍນ້ຳອອກຈາກອ່າງເກັບນໍ້າ ໃນຊ່ວງວັນທີ 07/10/2020 ຫາ ວັນທີ 10/10/2020 ຜ່ານປະຕູລະບາຍນໍ້າ (Spillways) ລົງສູ່ນໍ້າຄອງເດີມ ເພື່ອຮັກສາລະດັບນ້ຳໃນໜ້າເຂື່ອນບໍ່ໃຫ້ສູງເກີນລະດັບເຕືອນໄພ. ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ທີ່ທຳມາຫາກິນຕາມສາຍຫ້ວຍລຳພັນໃຫຍ່ (ໂດຍສະເພາະແມ່ນບໍລິເວນກ້ອງເຂື່ອນຫ້ວຍລຳພັນໃຫຍ່ ຫາ ເຂື່ອນຫ້ວຍລຳພັນຕອນລຸ່ມ) ຈົ່ງມີສະຕິລະມັດລະວັງ  ຖ້າບໍ່ຈໍາເປັນກໍ່ໃຫ້ຫຼີກລ້ຽງການໄປທໍາມາຫາກິນຕາມສາຍນໍ້າ, ລົງຫຼີ້ນນໍ້າ, ການນຳສັດລ້ຽງໄປຜູກໄວ້ພື້ນທີສູງ ເພື່ອຄວາມປອດໄພ ແລະ ຊັບສີນຂອງທ່ານ. ລາຍລະອຽດດັ່ງລຸ່ມນີ້: