AGM Photo Activity 2020
photo
ແຈ້ງມະຕິກອງປະຊຸມວິສາມັນຜູ້ຖືຮຸ້ນ ຄັ້ງທີ 1/2020.
ພິທີມອບ-ຮັບ ຕຳແໜ່ງລະຫ່ວາງ ຜູ້ອຳນວຍການໃຫຍ່ຜູ້ເກົ່າ ແລະ ຜູ້ໃໝ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດ ພິທີມອບ-ຮັບ ໜ້າທີ່ລະຫ່ວາງຜູ້ອຳນວຍການໃຫຍ່ຜູ້ເກົ່າ ແລະ ຜູ້ໃໝ່, ເຊິ່ງໄດ້ແຕ່ງຕັ້ງ ທ່ານ ດວງສີ ພາຣະຍົກ ເປັນຜູ້ອຳນວຍການ ຜ-ຟຟລ ຜູ້ໃໝ່, ແລະ ຮອງຜູ້ອຳນວຍການໃຫຍ່ຄື ທ່ານ ທອງເພັດ ດ້ວງເງິນ, ທ່ານ ວົງສະກຸນ ຍິ່ງຍົງ, ທ່ານ ນາງ ສຸກສັນ ພົງພິລາ ແລະ ທ່ານ ວັນແສງ ວັນນະວົງ, ປ່ຽນແທນຄະນະຜູ້ອຳນວຍການຊຸດເກົ່າທີ່ເຂົ້າຮັບກະສຽນບຳເນັດ. ໂດຍພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 24 ກໍລະກົດ 2020 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ.
ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2020 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2020 ໃນວັນທີ 24 ກໍລະກົດ 2020 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ຄຳມະນີ ອິນທິລາດ, ປະທານສະພາບໍລິຫານ ຜ-ຟຟລ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ ຜູ້ເກົ່າ ແລະ ໃໝ່, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ.
ເຊີນເຂົ້າຮ່ວມກອງປະຊຸມວິສາມັນຜູ້ຖືຮຸ້ນ ຄັ້ງທີ່ 1/2020
ແຈ້ງວາລະກອງປະຊຸມ, ວັນ-ເວລາ, ສະຖານທີ່ຈັດກອງປະຊຸມວິສາມັນຜູ້ຖືຮຸ້ນ ຄັ້ງທີ 1/2020 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ແຈ້ງມະຕິທີ່ສຳຄັນຂອງກອງປະຊຸມສະພາບໍລິຫານສະໄໝວິສາມັນ ຄັ້ງທີ 3/2020.
ແຈ້ງວັນທີປິດປຶ້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດຂອງຜູ້ຖືຮຸ້ນ ໃນການເຂົ້າຮ່ວມກອງປະຊຸມວິສາມັນຜູ້ຖືຮຸ້ນຄັ້ງທີ 1/2020 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ຜ-ຟຟລ ສະຫຼຸບຜົນງານ ໃນນາມເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ຄົບຮອບ 10 ປີ