ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”
ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”
ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”
ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ” ໃນວັນທີ 12 ມິຖຸນາ 2020, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ຫຼື ຕລຊລ (LSX Disclosure Award 2019)”.
ບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ2019 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ໜຶ່ງໃນວຽກງານສັງຄົມ ແລະ ສິ່ງແວດລ້ອມ ຂອງຜ-ຟຟລ ໃນປີ 2020 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ເປັນບໍລິສັດໜຶ່ງທີ່ມີໜ້າທີ່ຜະລິດພະລັງງານໄຟຟ້າເພື່ອຂາຍຍົກໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ເຂົ້າຖືຮຸ້ນໃນບັນດາເຂື່ອນໄຟຟ້າ ຂອງ ບໍລິສັດ ຜະລິດໄຟຟ້າເອກະລາດ ເພື່ອສະໜອງຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງອອກ. ຄຽງຄູ່ກັບການພັດທະນາດ້ານພະລັງງານ, ຜ-ຟຟລ ຍັງເຫັນຄວາມສຳຄັນໃນວຽກງານສັງຄົມ ແລະ ສິ່ງແວດລ້ອມດ້ວຍດີຕະຫຼອດມາ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ໃນການພັດທະນາຊຸມຊົນ ທີ່ຢູ່ອາໃສອ້ອມຂ້າງເຂື່ອນ ເປັນຕົ້ນການພັດທະນາພື້ນຖານໂຄງລ່າງ ພ້ອມທັງໄດ້ສ້າງກິດຈະກໍາຮ່ວມກັບຊາວບ້ານອ້ອມຂ້າງເຂື່ອນທີ່ບໍລິສັດຄຸ້ມຄອງ ເປັນຕົ້ນແມ່ນການປູກຕົ້ນໄມ້ ແລະ ປ່ອຍປາ, ມອບອຸປະກອນການແພດໃຫ້ສຸກສາລາ, ບໍລິຈາກເຄື່ອງນຸ່ງຫົ່ມໃຫ້ປະຊາຊົນຜູ້ທີ່ຂາດເຂີນ ແລະ ສະໜັບສະໜູນວຽກງານດ້ານການສືກສາໃຫ້ໂຮງຮຽນທີ່ຢູ່ອ້ອມຂ້າງເຂື່ອນໃນແຕ່ລະປີອີກດ້ວຍ ເຊິ່ງໃນປີ 2019 ລວມເປັນມູນຄ່າທັງໝົດ 3,18 ຕື້ກີບ.
ໜຶ່ງໃນວຽກງານສັງຄົມ ແລະ ສິ່ງແວດລ້ອມ ຂອງຜ-ຟຟລ ໃນປີ 2020
ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2019 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2019 ໃນວັນທີ 29 ພຶດສະພາ 2020 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ນະຄອນຫຼວງວຽງຈັນ.