ຜ-ຟຟລ ແລະ VASE ຮ່ວມກັນ ເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປຊ່ວຍເຫລືອ ຜຸ້ປະສົບໄພນ້ຳຖ້ວມ ທາງພາກໃຕ້ ສປປ ລາວ

ຜ-ຟຟລ ແລະ VASE ຮ່ວມກັນ ເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປຊ່ວຍເຫລືອ ຜຸ້ປະສົບໄພນ້ຳຖ້ວມ ທາງພາກໃຕ້ ສປປ ລາວ ໃນລະຫ່ວາງວັນທີ 6-7 ກັນຍາ 2019 ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ບໍລິສັດ ວຽງຈັນ ອໍໂຕເມຊັນ ແອນໂຊລູຊັນ ເອນຈີເນຍລິງ ຄັມພານີ ລີມິດເຕັດ (VASE) ຮ່ວມກັນ ເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປຊ່ວຍເຫລືອ ຜຸ້ປະສົບໄພນ້ຳຖ້ວມ ທາງພາກໃຕ້ ສປປ ລາວ,

ຝົນຕົກຢ່າງໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບັນດາເຂື່ອນທາງພາກໃຕ້ຂອງ ຜ-ຟຟລ ໄດ້ຮັບຜົນກະທົບບາງສ່ວນ

ຝົນຕົກຢ່າງໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບັນດາເຂື່ອນທາງພາກໃຕ້ຂອງ ຜ-ຟຟລ ໄດ້ຮັບຜົນກະທົບບາງສ່ວນ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ຂໍຖືເປັນກຽດຮຽນແຈ້ງມາຍັງ ບັນດາທ່ານກ່ຽວກັບບົດຂ່າວ: ຝົນຕົກຢ່າງໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບັນດາເຂື່ອນທາງພາກໃຕ້ຂອງ ຜ-ຟຟລ ໄດ້ຮັບຜົນກະທົບບາງສ່ວນຂອງ ຜ-ຟຟລ. ເຊິ່ງບັນດາທ່ານສາມາດດາວໂຫລດໄດ້ທີ່ເອກະສານຕິດຄັດລຸ່ມນີ້:

ບໍລິສັດ SKY Lao ຂາເຂົ້າ-ຂາອອກ ແລະ ການຄ້າ ຈຳກັດຜູ້ ພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ໄດ້ມອບ ເຄື່ອງນຸ່ງຫົ່ມ ແລະ ຊຸດກິລາ ໃຫ້ແກ່ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ

ບໍລິສັດ SKY Lao ຂາເຂົ້າ-ຂາອອກແລະການຄ້າຈຳກັດຜູ້ພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ໄດ້ມອບເຄື່ອງນຸ່ງຫົ່ມແລະຊຸດກິລາ ໃຫ້ແກ່ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ ທ່ານສົມພັນປັນແກ້ວອຳນວຍການບໍລິສັດ SKY Lao ຂາເຂົ້າ-ຂາອອກແລະການຄ້າຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ ທີ່ນຳເຂົ້າເຫຼັກເສັ້ນແລະ ເຫຼັກຮູບປະພັນສະນິດຕ່າງໆສຳລັບການກໍ່ສ້າງທຸກປະເພດທີ່ໄດ້ມາດຕະຖານສາກົນພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ທີ່ເປັນຍີ່ຫໍ້ຂອງຄົນລາວ ໄດ້ມອບເຄື່ອງນຸ່ງຫົ່ມແລະຊຸດກິລາລວມທັງໝົດ 300 ຊຸດລວມເປັນມູນຄ່າທັງໝົດ 37.000.000 ກີບໃຫ້ແກ່ ບໍລິສັດຜະລິດ–ໄຟຟ້າລາວມະຫາຊົນ (ຜ–ຟຟລ)

ການດັດແກ້ບາງເນື້ອໃນຂອງມະຕິທີ່ສຳຄັນຂອງກອງປະຊຸມສະພາບໍລິຫານສະໄໝສາມັນ ຄັ້ງທີ 3/2019, ເອກະສານສະບັບເລກທີ 1876/ຜ-ຟຟລ, ລົງວັນທີ 23 ສິງຫາ 2019.

ການດັດແກ້ບາງເນື້ອໃນຂອງມະຕິທີ່ສຳຄັນຂອງກອງປະຊຸມສະພາບໍລິຫານສະໄໝສາມັນ ຄັ້ງທີ 3/2019, ເອກະສານສະບັບເລກທີ 1876/ຜ-ຟຟລ, ລົງວັນທີ 23 ສິງຫາ 2019.

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ຈັດຂຶ້ນທີ່ ເຂື່ອນໄຟຟ້ານໍ້າງື່ມ 3

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ຈັດຂຶ້ນທີ່ ເຂື່ອນໄຟຟ້ານໍ້າງື່ມ 3 ໃນວັນທີ 27 ສິງຫາ ປີ 2019, ສະມາຊິກກຳມະບານໜ່ວຍ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ຈັດຂຶ້ນທີ່ ເຂື່ອນໄຟຟ້ານໍ້າງື່ມ 3 ເມືອງລອງແຈ້ງ, ແຂວງໄຊສົມບູນ. ນໍາພາໂດຍ  ທ່ານ ພອນທະວີ ພົມມາລາ,  ຄະນະໜ່ວຍພັກ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າງື່ມ3 ພາວເວີ້ ຈໍາກັດ, ທ່ານ ນາງ ສຸກສັນ ພົງພິລາ, ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ຜ-ຟຟລ, ຮອງປະທານສະຫະພັນກຳມະບານຮາກຖານ ລັດວິສາຫະກິດໄຟຟ້າລາວ, ບັນດາຕົວແທນສະມາຊິກກຳມະບານຈາກ ຜ-ຟຟລ ແລະ ພະນັກງານຂອງບໍລິສັດ ໄຟຟ້ານໍ້າງື່ມ3 ເຂົ້າຮ່ວມຢ່າງພ້ອມພຽງ.

ລະດັບນໍ້າຂອງເຂື່ອນໄຟຟ້ານໍ້າຄານ 2-3 ຍັງຢູ່ໃນລະດັບທີ່ປອດໄພ

ລະດັບນໍ້າຂອງເຂື່ອນໄຟຟ້ານໍ້າຄານ2-3 ຍັງຢູ່ໃນລະດັບທີ່ປອດໄພ ຄະນະຮັບຜິດຊອບ ເຂື່ອນ ໄຟຟ້ານ້ຳຄານ 2-3 ໄດ້ມີການອອກແຈ້ງການເຖີງບັນດາພາກສ່ວນຕ່າງໆພາຍໃນເມືອງຫຼວງພະບາງ ແລະ ເມືອງຊຽງເງິນ, ແຂວງຫຼວງພະບາງ ຊາບທົ່ວເຖີງກັນວ່າ ນັບຕັ້ງແຕ່ວັນທີ 18ສິງຫາ2019ເປັນຕົ້ນມາ ໄດ້ມີການລະບາຍນ້ຳຜ່ານປະຕູນໍ້າລົ້ນ ຂອງເຂື່ອນ ໄຟຟ້ານ້ຳຄານ 3 ດັ່ງນັ້ນ ຈຶ່ງໄດ້ປະຊາສຳພັນ ເຖິງອໍານາດການປົກຄອງ, ຜູ້ປະກອບການທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໃສ່ຢູ່ລ້ອງສາຍນ້ຳຄານຕອນລຸ່ມ ໃຫ້ມີສະຕິກຽມພ້ອມ ໃຫ້ເຝົ້າລະວັງ ແລະ ເກັບມ້ຽນສິ່ງຂອງ ເພື່ອປ້ອງກັນການເສຍຫາຍ ຈາກນ້ຳຖ້ວມເຖິງ ອັນເນື່ອງມາຈາກການລະບາຍນໍ້າຜ່ານປະຕູນ້ຳລົ້ນ ແລະ ນ້ຳຫ້ວຍກ້ອງເຂຶື່ອນ ເຊິ່ງຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນ ໄຟຟ້ານ້ຳຄານ 3 ແລະ ລ້ອງນໍ້າຄານຕອນລຸ່ມເພີ່ມຂຶ້ນ ແລະ ໃນວັນທີ 23ສິງຫາ 2019 ເວລາ 14:00ໂມງ ໄດ້ມີການລະບາຍນໍ້າຄື:

ຜ-ຟຟລ ສະໜັບສະໜູນກິດຈະກຳຂອງ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ປີ2019

ຜ-ຟຟລ ສະໜັບສະໜູນກິດຈະກຳຂອງ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ປີ 2019 ໃນລະຫວ່າງວັນທີ 09-11/08/2019 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ປະກອບສ່ວນສະໜັບສະໜູນດ້ານສະຖານທີ່ ໃນການຈັດກິດຈະກຳແຄ້ມສາມັກຄີ ຂອງຄະນະຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ(SSEAYP) ຄັ້ງທີ 46 ປະຈຳປີ 2019 ເຊິ່ງຈັດຂຶ້ນຢູ່ທີ່ເຂື່ອນໄຟຟ້ານ້ຳມັງ 3