ການພັດທະນາເສັ້ນທາງເຂົ້າຫາຊຸມຊົນຂອງ ເຂື່ອນໄຟຟ້ານ້ຳຄານ 2

ການພັດທະນາເສັ້ນທາງເຂົ້າຫາຊຸມຊົນຂອງ ເຂື່ອນໄຟຟ້ານ້ຳຄານ 2 ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ສປປ ລາວ ກໍ່ຄືຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ການພັດທະນາ ພື້ນຖານໂຄງລາງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ແລະ ເປັນໝາກຫົວໃຈຫຼັກ ຂອງການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງບໍລິສັດ. ເຂື່ອນໄຟຟ້ານໍ້າຄານ 2-3 ເປັນໜຶ່ງໃນບັນດາເຂື່ອນທີ່ ຜ-ຟຟລ ເປັນຜູ້ຄຸ້ມຄອງ, ຊຶ່ງປັດຈຸບັນພວມມີການພັດທະນາ ໂຄງການປັບປຸງເສັ້ນທາງເຂົ້າຫາເຂື່ອນ ໄຟຟ້ານ້ຳຄານ 2 ທີ່ໄດ້ມີການລິເລີ່ມລົງມືປະຕິບັດ ໂດຍແມ່ນເສັ້ນທາງ ໝາຍເລກ 2 ແຕ່ທ່າເຮືອແກ້ງກຸ້ງ ບ້ານ ພູຊ້າງ, ເມືອງຊຽງເງີນ ແຂວງຫຼວງພະບາງ ຫາ ເຂື່ອນໄຟຟ້ານ້ຳຄານ 2 ເຊິ່ງມີຄວາມຍາວ ປະມານ 6 ກິໂລແມັດ. ມາຮອດຕົ້ນເດືອນ ຕຸລາ 2019  ນີ້ ແມ່ນໄດ້ສຳເລັດການອະນາໄມ ແລະ ບຸກເບີກຂອບທາງແລ້ວຊຶ່ງມີຄວາມຍາວປະມານ 3 ກິໂລແມັດ.

ໄຟຟ້າ ແຊລະບຳ ຍັງຢູ່ໃນຂັ້ນຕອນການຟື້ນຟູ

ໄຟຟ້າ ແຊລະບຳ ຍັງຢູ່ໃນຂັ້ນຕອນການຟື້ນຟູ ພາຍຫຼັງທີ່ເກີດໄພນ້ຳຖ້ວມ ໃນຕົ້ນເດືອນ ກັນຍາ ທີ່ຜ່ານມາ ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍພໍສົມຄວນແກ່ເຂື່ອນ ໄຟຟ້າ ແຊລະບຳ ເຊິ່ງຕັ້ງ ຢູ່ເມືອງ ຊະນະສົມບູນ ແຂວງຈຳປາສັກ ມາຮອດປັດຈຸບັນ ແມ່ນກຳລັງ ຢູ່ໃນຂັ້ນຕອນການຟື້ນຟູ ສະພາບ ສາງໄວ້ເຄື່ອງ ບໍລິເວນ ເຮືອນພັກ ແລະ ສະຖານທີ່ອື່ນໆ ອ້ອມແອ້ມໂຄງການດັ່ງກ່າວ ພ້ອມດ້ວຍ ອຸປະກອນ ເຄື່ອງຈັກ ເຊັ່ນ: ອຸປະກອນຕ່າງໆ ທີ່ຢູ່ໃນເຮືອນຈັກ, ເຄື່ອງຈັກ, ມໍເຕີ, ແຜງວົງຈອນຕ່າງໆ ເພື່ອໃຫ້ກັບມາດຳເນີນການຜະລິດໄດ້ເປັນປົກກະຕິ.

ຜ-ຟຟລ ຮ່ວມມອບເງິນເພື່ອການບູລະນະສ້ອມແປງ ໂຮງຮຽນປະຖົມ ເຂື່ອນໄຟຟ້າແຊລະບຳ

ຜ-ຟຟລ ຮ່ວມມອບເງິນເພື່ອການບູລະນະສ້ອມແປງ ໂຮງຮຽນປະຖົມ ເຂື່ອນໄຟຟ້າແຊລະບຳ ໃນວັນທີ 19 ກັນຍາ 2019 ທີ່ເຂື່ອນໄຟຟ້າແຊລະບໍາ ໄດ້ມີພິທີມອບ-ຮັບເງິນອຸປະຖຳ ບູລະນະສ້ອມແປງ ໂຮງຮຽນປະຖົມ ເຂື່ອນໄຟຟ້າແຊລະບຳ ແລະ ເຄື່ອງອຸປະໂພກບໍລິໂພກ ລວມມູນຄ່າ 140 ລ້ານກີບ ໃຫ້ກັບໂຮງຮຽນປະຖົມເຂື່ອນໄຟຟ້າແຊລະບໍາ ພ້ອມທັງຄອບຄົວທີ່ອາໄສຢູ່ອ້ອມຂ້າງເຂື່ອນທີ່ໄດ້ຮັບຜົນກະທົບ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງພາກໃຕ້ ໃນເດືອນ ກັນຍານີ້  ເຊິ່ງເງິນອຸປະຖຳດັ່ງກ່າວແມ່ນໄດ້ຮັບການສົບທົບຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ບໍລິສັດ ເອກະຊົນ.

ຜ-ຟຟລ ຮ່ວມງານເປີດໂລກແຫ່ງການລົງທຶນ (Investment Gateway) ປີ 2019

ຜ–ຟຟລ ຮ່ວມງານເປີດໂລກແຫ່ງການລົງທຶນ (Investment Gateway) ປີ 2019 ຜ-ຟຟລ ໄດ້ຮ່ວມງານເປີດໂລກແຫ່ງການລົງທຶນ(Investment Gateway) ປີ2019 ພາຍໃຕ້ຫວຂໍ້“ເປີດໂອກາດເກາະຕິດທິດທາງຕະຫຼາດທຶນ”, ໃນວັນທີ 19-20 ເດືອນກັນຍາທີ່ຫ້ອງປະຊຸມ ຊັ້ນ 8 ຕະຫຼາດຫຼັກຊັບລາວ,

ຜ-ຟຟລ ມອບອຸປະກອນການຮຽນ ແລະ ເຄື່ອງກິລາໃຫ້ ນ້ອງໆທີ່ ເມືອງຊຽງເງິນ

ຜ-ຟຟລ ມອບອຸປະກອນການຮຽນ ແລະ ເຄື່ອງກິລາໃຫ້ ນ້ອງໆທີ່ ເມືອງຊຽງເງິນ ວັນທີ 7 ກັນຍາ 2019, ທ່ານ ທອງເພັດ ດ້ວງເງິນ, ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍຄະນະອຳນວຍການເຂື່ອນໄຟຟ້ານໍ້າຄານ 2-3 ໄດ້ຮ່ວມໃນພິທີ ມອບອຸປະກອນການຮຽນ ແລະ ເຄື່ອງກິລາໃຫ້ ນ້ອງໆນັກຮຽນໂຮງຮຽນປະຖົມສົມບູນ ບ້ານສາມັກຄີໄຊ, ເມືອງຊຽງເງິນ ແຂວງຫຼວງພະບາງ.

ຜ-ຟຟລ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ມອບເຄື່ອງໃຫ້ພີ່ນ້ອງ ເມືອງນານ

ຜ-ຟຟລ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ມອບເຄື່ອງໃຫ້ພີ່ນ້ອງ ເມືອງນານ ວັນທີ 6 ກັນຍາ 2019, ຕາງໜ້າໃຫ້ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ມອບເຄື່ອງໃຫ້ພີ່ນ້ອງ ເມືອງນານ ແຂວງຫຼວງພະບາງ ທີ່ປະສົມກັບໄພນໍ້າຖ້ວມໃນວັນທີ 30 ກໍລະກົດ 2019 ທີ່ຜ່ານມາ.