ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ແລະ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ຮ່ວມແບ່ງປັນນໍ້າໃຈເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສາລະວັນ ແລະ ແຂວງເຊກອງ
ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ແລະ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ (THPC) ໄດ້ຮ່ວມກັນແບ່ງປັນນໍ້າໃຈເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສາລະວັນ ດ້ວຍເຂົ້າສານ 20 ໂຕນ ແລະ ແນວພັນເຂົ້າ 10 ໂຕນ ແລະ ພ້ອມດຽວກັນກໍ່ຍັງໄດ້ມອບໃຫ້ກັບ ແຂວງເຊກອງ ດ້ວຍເຂົ້າສານ 20 ໂຕນ ແລະ ແນວພັນເຂົ້າ 10 ໂຕນ ລວມເປັນມູນຄ່າທັງໝົດ 418 ລ້ານກີບ.
ໃນພິທີ ມອບ-ຮັບ ດັ່ງກ່າວ ໃຫ້ກຽດຕາງຫນ້າມອບໂດຍ ທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ ຜ-ຟຟລ ແລະ ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ THPC. ຕາງຫນ້າແຂວງ ສາລະວັນຮັບໂດຍ ທ່ານ ວິຊຽນ ນາວິກຸນ ຮອງເຈົ້າແຂວງສາລະວັນ ແລະ ຕາງໜ້າແຂວງເຊກອງຮັບໂດຍ ທ່ານ ຄໍາສອນ ກອນເຍີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ຂອງແຂວງເຊກອງ. ຈຸດປະສົງກໍ່ເພື່ອຊ່ວຍເຫຼືອ ແລະ ຟື້ນຟູໄຮ່ນາຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມທີ່ຜ່ານມາຂອງສອງແຂວງດັ່ງກ່າວ.
ພະລັງງານທີ່ຍືນຍົງສຳລັບຊາດ