ໄຟຟ້າ ແຊລະບຳ ຍັງຢູ່ໃນຂັ້ນຕອນການຟື້ນຟູ
ພາຍຫຼັງທີ່ເກີດໄພນ້ຳຖ້ວມ ໃນຕົ້ນເດືອນ ກັນຍາ ທີ່ຜ່ານມາ ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍພໍສົມຄວນແກ່ເຂື່ອນ ໄຟຟ້າ ແຊລະບຳ ເຊິ່ງຕັ້ງ ຢູ່ເມືອງ ຊະນະສົມບູນ ແຂວງຈຳປາສັກ ມາຮອດປັດຈຸບັນ ແມ່ນກຳລັງ ຢູ່ໃນຂັ້ນຕອນການຟື້ນຟູ ສະພາບ ສາງໄວ້ເຄື່ອງ ບໍລິເວນ ເຮືອນພັກ ແລະ ສະຖານທີ່ອື່ນໆ ອ້ອມແອ້ມໂຄງການດັ່ງກ່າວ ພ້ອມດ້ວຍ ອຸປະກອນ ເຄື່ອງຈັກ ເຊັ່ນ: ອຸປະກອນຕ່າງໆ ທີ່ຢູ່ໃນເຮືອນຈັກ, ເຄື່ອງຈັກ, ມໍເຕີ, ແຜງວົງຈອນຕ່າງໆ ເພື່ອໃຫ້ກັບມາດຳເນີນການຜະລິດໄດ້ເປັນປົກກະຕິ.
ສ່ວນລາຍລະອຽດເຂື່ອນດັ່ງກ່າວກ່າວຈະຟື້ນຟູສຳເລັດຢ່າງສົມບູນ ແລະ ກັບມາເດີນເຄື່ອງໄດ້ເມື່ອໃດນັ້ນ ກຳລັງຢູ່ໃນຂັ້ນຕອນການປະເມີນຜົນຄວາມເສຍຫາຍ ແລະ ທີມງານ ຈະລາຍງານໃນຂັ້ນຕໍ່ໄປ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ