ຜ-ຟຟລ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ມອບເຄື່ອງໃຫ້ພີ່ນ້ອງ ເມືອງນານ
ວັນທີ 6 ກັນຍາ 2019, ຕາງໜ້າໃຫ້ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ ໄດ້ມອບເຄື່ອງໃຫ້ພີ່ນ້ອງ ເມືອງນານ ແຂວງຫຼວງພະບາງ ທີ່ປະສົມກັບໄພນໍ້າຖ້ວມໃນວັນທີ 30 ກໍລະກົດ 2019 ທີ່ຜ່ານມາ.
ໃຫ້ກຽດຮັບ ໂດຍ ທ່ານ ບຸນທີ ມະນີວົງ, ຮອງເລຂາພັກເມືອງ ຮອງເຈົ້າເມືອງເມືອງນານ ພ້ອມດ້ວຍຄະນະ ແລະ ມອບໂດຍ ທ່ານ ອິນປັນ ບໍລິຫານ, ຮອງຫົວໜ້າພະແນກສື່ສານອົງກອນ ຜ-ຟຟລ ແລະ ຄະນະໂດຍສະເພາະແມ່ນບັນດາພະນັກງານທີ່ປະຈຳທີ່ເຂື່ອນໄຟຟ້ານໍ້າຄານ 2-3. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບດ້ວຍເຂົ້າສານ ອາຫານແຫ້ງ (ຖົງຫ່ວງໃຍ) ຈຳນວນ 200 ຖົງ ທີ່ປະກອບມີ: ນໍ້າປາ, ປາກະປ໋ອງ, ເຂົ້າສານຈ້າວ, ເກືອ, ນໍ້າຕານ ແລະ ໝາກເຜັດແຫ້ງ, ແລະ ນອກນີ້ຍັງມີປື້ມບັນທຶກ ຂອງ ຜ-ຟຟລ ທີ່ໄດ້ມອບໃຫ້ກັບອຳນາດການປົກຄອງເມືອງເພື່ອນຳໃຊ້ເຂົ້າໃນວຽກງານຕ່າງໆທີ່ຈຳເປັນຂອງເມືອງ.
ພະລັງງານທີ່ຍືນຍົງສຳລັບຊາດ