ບໍລິສັດ SKY Lao ຂາເຂົ້າ-ຂາອອກແລະການຄ້າຈຳກັດຜູ້ພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ໄດ້ມອບເຄື່ອງນຸ່ງຫົ່ມແລະຊຸດກິລາ ໃຫ້ແກ່ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ
ທ່ານສົມພັນປັນແກ້ວອຳນວຍການບໍລິສັດ SKY Lao ຂາເຂົ້າ-ຂາອອກແລະການຄ້າຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ ທີ່ນຳເຂົ້າເຫຼັກເສັ້ນແລະ ເຫຼັກຮູບປະພັນສະນິດຕ່າງໆສຳລັບການກໍ່ສ້າງທຸກປະເພດທີ່ໄດ້ມາດຕະຖານສາກົນພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ທີ່ເປັນຍີ່ຫໍ້ຂອງຄົນລາວ ໄດ້ມອບເຄື່ອງນຸ່ງຫົ່ມແລະຊຸດກິລາລວມທັງໝົດ 300 ຊຸດລວມເປັນມູນຄ່າທັງໝົດ 37.000.000 ກີບໃຫ້ແກ່ ບໍລິສັດຜະລິດ–ໄຟຟ້າລາວມະຫາຊົນ (ຜ–ຟຟລ)
ເຊິ່ງຮັບໂດຍ ທ່ານ ນາງ ລັດຕະນາປະທຸມວັນຜູ້ອຳນວຍການໃຫຍ່ ຜ–ຟຟລ ເພື່ອປະກອບສ່ວນເຂົ້າໃນໂຄງການຮັກນີ້ແດ່ພີ່ນ້ອງ ເຊິ່ງເປັນໂຄງການທີ່ໄດ້ຈັດຂຶ້ນເພື່ອເປັນການຊ່ວຍເຫຼືອສັງຄົມໃນວຽກງານດ້ານຕ່າງໆເຊັ່ນ: ວຽກງານດ້ານການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ສຳລັບເຄື່ອງທີ່ໄດ້ມອບໃນຄັ້ງນີ້, ທາງໂຄງການມີເປົ້າໝາຍທີ່ຈະໄປມອບໃຫ້ແກ່ນ້ອງໆນັກຮຽນທີ່ໂຮງຮຽນບ້ານ ສາມັກຄີໄຊ, ເມືອງຊຽງເງິນ ແຂວງຫຼວງພະບາງໃນວັນທີ 7 ເດືອນກັນຍາ ປີ 2019 ນີ້.
ພະລັງງານທີ່ຍືນຍົງສຳລັບຊາດ