ເຂື່ອນໄຟຟ້ານໍ້າງື່ມ 1 ຈັດພິທີປ່ອຍປາສູ່ທໍາມະຊາດ ເພື່ອສະເຫຼີມສະຫຼອງວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ
ໃນວັນທີ 12 ເດີອນກໍລະກົດ ປີ 2019, ເຂື່ອນໄຟຟ້ານໍ້າງື່ມ 1 ຮ່ວມກັບອຳນາດການປົກຄອງ ບ້ານ ນາແຊະ, ເມືອງແກ້ວອຸດົມ, ແຂວງວຽງຈັນ ຈັດພິທີປ່ອຍປາສູ່ທໍາມະຊາດ ເພື່ອສະເຫຼີມສະຫຼອງວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ສິງຫາ ທີ່ ວັງສະຫງວນ ບ້ານນາແຊະ, ເມືອງແກ້ວອຸດົມ, ແຂວງວຽງຈັນ ເພື່ອຮັກສາລະບົບນິເວດໃຫ້ມີອຸດົມສົມບູນຍິ່ງຂຶ້ນ ແລະ ທັງເປັນການປຸກລະດົມໃຫ້ປະຊາຊົນເຂດດັ່ງກ່າວເຫັນໄດ້ເຖີງການອະນຸລັກສັດນໍ້າ ແລະ ສັດປ່າ.
ໃນໂອກາດດັ່ງກ່າວນີ້ ໄດ້ມີການປ່ອຍພັນປາຈໍນວນ 12,000 ໂຕ, ມີ 4 ສາຍພັນຄື ປານິນ, ປາເກັດແລບ, ປາອິນເດຍ ແລະ ປາໄນ. ພ້ອມດຽວກັນນີ້, ເຂື່ອນໄຟຟ້ານໍ້າງື່ມ 1 ຍັງໄດ້ມອບເງິນຈໍານວນ 3 ລ້ານກີບ ໃນການບູລະນະສະໂມສອນບ້ານນາແຊະ. ເຂົ້າຮ່ວມງານດັ່ງກ່າວ ໂດຍ ທ່ານ ວິລະວຸດ ປັກກິດ, ຮອງເຈົ້າເມືອງແກ້ວອຸດົມ, ພ້ອມດ້ວຍ ທ່ານ ບົວວັນ ຈັນສະຫວັດ, ຜູ້ອໍານວຍການເຂື່ອນໄຟຟ້າ 1, ອຳນາດການປົກຄອງທ້ອງຖິ່ນ ແລະ ສໍານັກງານໃຫຍ່ກໍໄດ້ເຂົ້າຮ່ວມງານທີ່ມີກຽດຄັ້ງນີ້ຢ່າງພ້ອມພຽງ.
ພະລັງງານທີ່ຍືນຍົງສຳລັບຊາດ