ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ໄດ້ມອບຕາໜ່າງເຫຼັກເພື່ອອ້ອມຮົ້ວຫ້ອງການບ້ານຫ້ວຍດຳໃໝ່
ຕອນເຊົ້າ,ວັນທີ 2 ກໍລະກົດ 2019 ທີ່ຜ່ານມານີ້ ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ໄດ້ ມອບຕາໜ່າງເຫຼັກເພື່ອອ້ອມຮົ້ວຫ້ອງການບ້ານ ຈັດສັນ (ບ້ານ ຫ້ວຍດຳໃໝ່) ເມືອງທ່າແຕງ, ແຂວງ ເຊກອງ ຈໍານວນ 20 ກໍ້ ລວມມູນຄ່າ 5,750,000 ກີບ.
ໃຫ້ການກ່າວຮັບໂດຍແມ່ນ ທ່ານ ບຸນອ່ອນ ຮອງນາຍບ້ານ ບ້ານຈັດສັນ (ບ້ານ ຫ້ວຍດຳໃໝ່) ມີປະຊາຊົນ ແລະ ພະນັກງານເຂື່ອນ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.ໃນໂອກາດດັ່ງກ່າວ ຮອງນາຍບ້ານ ກໍ່ໄດ້ສະແດງຄໍາຂອບໃຈທີ່ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ກໍຄືບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ທີ່ໄດ້ປະກອບສ່ວນທຶນຮອນຊ່ວຍເຫຼືອບ້ານ. ທັງນີ້ກໍ່ເພື່ອໃຫ້ບ້ານ ຈັດສັນ (ບ້ານ ຫ້ວຍດຳໃໝ່) ມີຮົ້ວເພື່ອປ້ອງກັນສັດລ້ຽງເຂົ້າມາທໍາລາຍຊັບສິນ ແລະ ເພື່ອຮັກສາຄວາມສະອາດເຂດເດີນຫ້ອງການບ້ານ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ