ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຖວາຍຜ້າຫົ່ມກັນໜາວໃຫ້ແກ່ວັດປ່າຜາໂອ
ໃນວັນທີ 29 ພະຈິກ 2018, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເປັນເຈົ້າຮ່ວມສັດທາກັບ ບໍລິສັດ TWIN PINE Group Co., Ltd ໄດ້ຖວາຍຜ້າຫົ່ມ 520 ຜືນ, ພັດຕະຫານເພນ ໃຫ້ແກ່ພຣະສົງ-ສາມະເນນ ໂດຍບໍລິສັດ EGCO Engineering & Service Co., Ltd ແລະ ກໍໄດ້ຮ່ວມບໍລິຈາກເຄື່ອງບໍລິໂພກເຊັ່ນ ສະບູ, ແປງສີຟັນ, ຢາສີຟັນ, ແຟັບເປັນຕົ້ນ ໂດຍຄະນະຜູ້ອຳນວຍການລັດວິສະຫະກິດໄຟຟ້າລາວ ແລະ ຜ-ຟຟລ.
ກໍເພື່ອເປັນການສະໜັບສະໜຸນວຽກງານດ້ານການສຶກສາຂອງນັກຮຽນ-ນັກສຶກສາສົງ ທີ່ໂຮງຮຽນມັດທະຍົມຕອນຕົ້ນສົງ ວັດປ່າຜາໂອ. ຈຸດປະສົງຂອງການຖວາຍໃນຄັ້ງນີ້ ກໍແມ່ນເພື່ອເປັນການສະເຫຼີສະຫຼອງຄົບຮອບ 8 ປີ ຂອງການດຳເນີນທຸລະກິດຂອງ ຜ-ຟຟລ ແລະ ເພື່ອຄໍານັບຮັບ ວັນຊາດທີ 2 ທັນວາ ຄົບຮອບ 43 ປີ ຢ່າງສຸດໃຈ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ