ເຂື່ອນໄຟຟ້ານ້ຳງື່ມ-1 ລົງປະຊາສຳພັນອານຸລັກຮັກສາສີ່ງແວດລ້ອມທີ່ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ
ໃນຕອນເຊົ້າຂອງວັນທີ 16/11/2018, ເຂື່ອນໄຟຟ້ານ້ຳງື່ມ-1 ໄດ້ຈັດກິດຈະກຳລົງປະຊາສຳພັນອານຸລັກຮັກສາສີ່ງແວດລ້ອມທີ່ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ ດາວວຽງ ສຸນັນທະລາດ, ຮອງຜູ້ອຳນວຍການເຂື່ອນໄຟຟ້ານ້ຳງື່ມ-1 ແລະ ເປັນກຽດເຂົ້າຮ່ວມທ່ານ ຄຳປານ ຄໍາມົງຄຸນ ຫົວໜ້າຫ້ອງການສຶກສາແລະກິລາເມືອງແກ້ວອຸດົມ.
ພ້ອມດ້ວຍວິຊາການຈາກພະແນກສື່ສານອົງກອນ ແລະ ພະແນກສິ່ງແວດລ້ອມ ສຳນັກງານໃຫຍ່ຂອງ ຜ-ຟຟລ ແລະ ຄູອາຈານນັກຮຽນ200 ກວ່າຄົນກໍໃຫ້ກຽດເຂົ້າຮ່ວມໃນຄັງນີ້. ເຊິ່ງເຂື່ອນໄຟຟ້ານ້ຳງື່ມ-1 ໄດ້ມອບຖັງຂີ້ເຫຍື້ອ 12 ຖັງ , ອຸປະກອນການຮຽນຕ່າງໆ ໃຫ້ໂຮງຮຽນດັ່ງກ່າວ ແລະ ໄດ້ຈັດກິດຈະກຳຄວາມມ່ວນຊື່ນໃຫ້ແກ່ນ້ອງນັກຮຽນອີກດ້ວຍ.
ພະລັງງານທີ່ຍືນຍົງສຳລັບຊາດ