ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2” ໂຄງການເພື່ອການສຶກສາທີ່ດິຂຶ້ນ

ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2”ໂຄງການເພື່ອການສຶກສາທີ່ດິຂຶ້ນ ຜ-ຟຟລ ໄດ້ຈັດໂຄງການຊ່ວຍເຫຼືອສັງຄົມທີ່ມີຊື່ວ່າ “ຮັກນີ້ແດ່ພີ່ນ້ອງ ປີ 2” ລະຫວ່າງວັນທີ 16-18 ເດືອນຕຸລາ ປີ 2018, ທີ່ໂຮງຮຽນບ້ານຫ້ວຍດໍາໃໝ່, ເມືອງທ່າແຕງ, ແຂວງເຊກອງ. ເຊິ່ງກິດຈະກໍານີ້ ມີຈຸດປະສົງປະກອບສ່ວນບູລະນະໂຮງຮຽນເຊັ່ນ ການເຮັດຫໍສະໝຸດ, ການຈັດຕັ້ງລະບົບການລ້າງມື, ການເຮັດໜານຜັກ ແລະ ການປູກຕົ້ນໄມ້ອ້ອມໂຮງຮຽນ.