ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2” ໂຄງການເພື່ອການສຶກສາທີ່ດິຂຶ້ນ

ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2”ໂຄງການເພື່ອການສຶກສາທີ່ດິຂຶ້ນ ຜ-ຟຟລ ໄດ້ຈັດໂຄງການຊ່ວຍເຫຼືອສັງຄົມທີ່ມີຊື່ວ່າ “ຮັກນີ້ແດ່ພີ່ນ້ອງ ປີ 2” ລະຫວ່າງວັນທີ 16-18 ເດືອນຕຸລາ ປີ 2018, ທີ່ໂຮງຮຽນບ້ານຫ້ວຍດໍາໃໝ່, ເມືອງທ່າແຕງ, ແຂວງເຊກອງ. ເຊິ່ງກິດຈະກໍານີ້ ມີຈຸດປະສົງປະກອບສ່ວນບູລະນະໂຮງຮຽນເຊັ່ນ ການເຮັດຫໍສະໝຸດ, ການຈັດຕັ້ງລະບົບການລ້າງມື, ການເຮັດໜານຜັກ ແລະ ການປູກຕົ້ນໄມ້ອ້ອມໂຮງຮຽນ.

ຜ–ຟຟລ ໄດ້ຮັບລາງວັນ Asia’s Best Performing Companies ໃນງານ Asia Corporate Excellence & Sustainability Awards (ACES) 2018

ຜ–ຟຟລ ໄດ້ຮັບລາງວັນ Asia’s Best Performing Companies ໃນງານ Asia Corporate Excellence & Sustainability Awards (ACES) 2018 ໃນວັນທີ 11 ຕຸລາ 2018, ຜ-ຟຟລ ໄດ້ຮັບລາງວັນຜົນງານດີເດັ່ນໃນສາຂາ Asia’s Best Performing Companies ພາຍໃຕ້ ພິທີມອບລາງວັນທຸລະກິດທີ່ດີເດັ່ນ ແລະ ຍືນຍົງແຫ່ງອາຊີ (Asia Corporate Excellence & Sustainability Award) ປະຈໍາປີ 2018 ຊຶ່ງມອບໂດຍ MORS, ທີ່ປະເທດສິງກະໂປ.

ແຈ້ງການ: ເຖິງ: ບັນດາທ່ານ ຮັບຊາບກ່ຽວກັບການປິດປະຕູນໍ້າລົ້ນຂອງ ເຂື່ອນໄຟຟ້ານໍ້າງື່ມ 1.

ແຈ້ງການ: ເຖິງ: ບັນດາທ່ານ ຮັບຊາບກ່ຽວກັບການປິດປະຕູນໍ້າລົ້ນຂອງ ເຂື່ອນໄຟຟ້ານໍ້າງື່ມ 1. ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຮັບຊາບວ່າ: ພາຍຫຼັງທີເຂື່ອນໄຟຟ້ານໍ້າງື່ມ 1 ໄດ້ເປີດປະຕູນໍ້າລົ້ນ ແຕ່ວັນທີ 12 ສີງຫາ 2018. ມາເຖິງປະຈຸບັນນີ້ເຂື່ອນໄຟຟ້ານໍ້າງຶ່ມ 1 ໄດ້ປິດປະຕູນໍ້າລົ້ນຈາກ 30 ຊັງຕີແມັດ ເປັນ 0 ຊັງຕີແມັດ ຫຼຸດການລະບາຍນໍ້າຜ່ານປະຕູນໍ້າລົ້ນຈາກ 124.5 ແມັດກ້ອນ/ວິນາທີ ເປັນ 0 ຊຶ່ງເລີ່ມຈາກເວລາ 12:00ມ ໃນວັນທີ 6 ຕຸລາ 2018 ເປັນຕົ້ນໄປ ເພື່ອບໍລິຫານນໍ້າໃຫ້ມີປະສິດທິຜົນໃນຊ່ວງລະດູແລ້ງ.

ແຈ້ງການ: ເຖິງ: ບັນດາທ່ານ ຮັບຊາບກ່ຽວກັບການປິດປະຕູນໍ້າລົ້ນຂອງ ເຂື່ອນໄຟຟ້ານໍ້າງື່ມ 1.

ແຈ້ງການ: ເຖິງ: ບັນດາທ່ານ ຮັບຊາບກ່ຽວກັບການປິດປະຕູນໍ້າລົ້ນຂອງ ເຂື່ອນໄຟຟ້ານໍ້າງື່ມ 1.

ຜ-ຟຟລ ຮ່ວມສົມທົບທຶນເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ຜ-ຟຟລ ຮ່ວມສົມທົບທຶນເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອເປັນການປະກອບສ່ວນບັນເທົາຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທົ່ວປະເທດ, ໃນວັນທີ 04 ຕຸລາ 2018, ທີ່ ສໍານັກງານ ນາຍົກລັດຖະມົນຕີແຫ່ງ ສປປລາວ. ຄະນະການນໍາກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ຜະລິດ – ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ) ໄດ້ມອບເງີນ ຈໍານວນ 3 ຕື້ກີບ ໃຫ້ກັບລັດຖະບານ ເພື່ອນໍາໄປຊຶ້ແນວພັນພຶດ ມອບໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.