ບັນດາການນຳກະຊວງ ແລະ ແຂວງວຽງຈັນ ປືກສາຫາລື ເລື່ອງລະດັບນໍ້າຂອງລ້ອງນໍ້າງື່ມ
ໃນວັນທີ 26 ສິງຫາ 2018, ທ່ານ ຈັນສອນ ແສນບຸດຕະລາດ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ, ທ່ານ ບຸນອູ້ມ ສີວັນເພັງ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື
ກ່ຽວກັບການບໍລິຫານຈັດການບັນຫານໍ້າທີ່ມີລະດັບສູງຂື້ນ ຕາມລ້ອງນໍ້າງື່ມໃນຊ່ວງລະດູຝົນນີ້ ຮ່ວມກັບບັນດາການນໍາແຂວງວຽງຈັນ ຊຶ່ງນຳໂດຍ ທ່ານ ບຸນສອນ ເພັດລາວັນ, ຮອງເຈົ້າແຂວງ ແຂວງວຽງຈັນ, ທີ່ສຳນັກງານປົກຄອງເມືອງທຸລະຄົມ, ແຂວງວຽງຈັນ. ພາຍຫຼັງກອງປະຊຸມສິ້ນສຸດລົງ ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນສົດຈຳນວນ 50.000.000 ກີບໃຫ້ກັບແຂວງວຽງຈັນ ເພື່ອສະໜັບສະໜູນໃນການນຳໃຊ້ເຂົ້າໃນວຽກງານບໍລິຫານຕ່າງໆ ໃນການເຝົ້າລະວັງລະດັບນໍ້າ ລຽບຕາມລ້ອງນໍ້າງື່ມ. ຫຼັງຈາກນັ້ນກໍ່ໄດ້ລົງພື້ນທີ່ຕົວຈິງເພື່ອສຳຫຼວດສະພາບການ ຂຶ້ນ-ລົງຂອງລະດັບນໍ້າ ແລະ ສະພາບການເປັນຢູ່ຂອງປະຊາຊົນທີ່ບ້ານຫາດໄຊ, ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ.
ພະລັງງານທີ່ຍືນຍົງສຳລັບຊາດ