ສະພາບການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້າ ນໍ້າງື່ມ-1
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ອອກໃບແຈ້ງການ ເຖີງ ທ່ານ ຫົວໜ້າ ຫ້ອງວ່າການ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຄັ້ງວັນທີ 9 ສິງຫາ 2018 ກ່ຽວກັບການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າງື່ມ-1 ເມືອງແກ້ວອຸດົມ, ແຂວງວຽງຈັນ ວ່າຈະໄດ້ມີການປ່ອຍໃນວັນທີ 12 ສິງຫາ 2018. ສະນັ້ນ, ໃນເວລາ 9:00 ໂມງຕອນເຊົ້າຂອງ ວັນທີ 12 ສິງຫາ 2018 ເຂື່ອນໄຟຟ້ານໍ້າງື່ມ-1 ໄດ້ເລີ່ມມີການເປີດປະຕູນໍ້າລົ້ນຈໍານວນ 4 ບານ, ລວງສູງເປີດ 40 ຊັງຕີແມັດ ແລະ ປະລິມານນໍ້າໄຫຼຜ່ານປະຕູນໍ້າລົ້ນ ທັງໝົດສະເລ່ຍ 148 (ໜື່ງຮ້ອຍສີ່ສີບແປດ) ແມັດກ້ອນ/ວິນາທີ ຄາດວ່າຈະເຮັດໃຫ້ລະດັບນໍ້າທ້າຍເຂື່ອນ ແລະ ຕາມລຳນໍ້າງື່ມເພີ່ມຂຶ້ນປະມານ 5-10 ຊັງຕີແມັດ. ຄະນະອຳນວຍການເຂື່ອນໄຟຟ້ານໍ້າງື່ມ-1 ໄດ້ສົ່ງວິຊາການໄປຕິດຕາມກວດກາການເພີ່ມຂຶ້ນຂອງລະດັບນໍ້າແຕ່ລະຈຸດ ເພື່ອເຝົ້າລະວັງ ແລະ ລາຍງານຄວາມຄືບໜ້າໃນແຕ່ລະໄລຍະ.
ເປັນເວລາ 10 ວັນ ທີ່ມີໄດ້ມີການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ທີ່ເຂື່ອນດັ່ງກ່າວ ຊຶ່ງບາງວັນກໍ່ໄດ້ມີການ ເປີດເພີ່ມ ຫຼື ປິດລົງ ອິງຕາມສະພາບຕົວຈິງຂອງນໍ້າທີ່ໄຫຼເຂົ້າອ່າງ. ສະນັ້ນ ຜ-ຟຟລ ສາມາດລາຍງານສະພາບຂອງການປ່ອຍນໍ້າຂອງມື້ນີ້ ວັນທີ 22 ສິງຫາ 2018 ເວລາ 8:00 ໂມງ ໃຫ້ຮູ້ວ່າ:
- ລະດັບ ນໍ້າໜ້າເຂື່ອນ ແລະ ທ້າຍເຂື່ອນ
- ລະດັບ ນໍ້າໜ້າເຂື່ອນ 58 masl ມີບໍລິມານນ້ຳໃນອ່າງ = 6,873,738,200 (ຫົກພັນແປດຮ້ອຍເຈັດສິບສາມລ້ານເຈັດແສນສາມສິບແປດພັນສອງຮ້ອຍ) ມ3 ທຽບໃສ່ ເວລາດຽວກັນ ຂອງ 21/8/2018 ຫຼຸດລົງ 02 ຊັງຕີແມັດ
- ລະດັບນໍ້າທ້າຍເຂື່ອນ 170.6 masl ທຽບໃສ່ເວລາ ເວລາດຽວກັນ ຂອງ 21/8/2018 ຫຼຸດລົງ 01 ຊັງຕີແມັດ
ເວລາ 22:00 ຂອງວັນທີ່ 19/8/2018 ໄດ້ປິດປະຕູນ້ຳລົ້ນຈາກ 3.0 ແມັດ ມາເປັນ 2.7 ແມັດ ປະລິມານນໍ້າໄຫຼຜ່ານປະຕູນ້ຳລົ້ນ = 998.3 ມ3/ວິນາທີ
- ຂໍ້ມູນຈຸດຕິດຕາມລະດັບນ້ຳໄມ້ຫລາແທກນ້ຳທຽບໃສ່ເວລາດຽວກັນ ຂອງ 21/8/2018 ຕາມສາຍນໍ້າງື່ມຕອນລຸ່ມ:
- ລະດັບນໍ້າງື່ມ ທີ່ຈຸດປາກກະຍຸງ ເວລາ 8:00 ໂມງ ເທົ່າກັບ 10.02 ມ ເຫັນວ່າລະດັບນໍ້າເພີ່ມຂຶ້ນ 02 ຊັງຕີແມັດ.
- ລະດັບນໍ້າງື່ມ ທີ່ຈຸດເວີນຄໍາ ເວລາ 8:00 ໂມງ ເທົ່າກັບ 11.66 ມ ເຫັນວ່າລະດັບນໍ້າເພີ່ມຂຶ້ນ 15 ຊັງຕີແມັດ.
- ລະດັບນໍ້າ ທີ່ຈຸດຫີນເຫີບ ເວລາ 8:00 ໂມງ ເທົ່າກັບ 5.40 ມ ເຫັນວ່າລະດັບນໍ້າຫຼຸດລົງ 64 ຊັງຕີແມັດ.
- ລະດັບນໍ້າງື່ມ ທີ່ຈຸດບ້ານຫາດສວນ ເວລາ 8:00 ໂມງ ເຫັນວ່າລະດັບນໍ້າເພີ່ມຂຶ້ນ 15 ຊັງຕີແມັດ
- ລະດັບນໍ້າງື່ມ ທີ່ຈຸດບ້ານຕານປ່ຽວ ເວລາ 8:00 ໂມງ ເຫັນວ່າລະດັບນໍ້າເພີ່ມຂຶ້ນ 10 ຊັງຕີແມັດ
- ລະດັບນໍ້າງື່ມ ທີ່ຈຸດບ້ານຈູ້ມ ເວລາ 8:00 ໂມງ ເຫັນວ່າລະດັບນໍ້າເພີ່ມຂຶ້ນ 5 ຊັງຕີແມັດ
- ລະດັບນໍ້າງື່ມ ທີ່ຈຸດບ້ານແຈ້ງ ເວລາ 8:00 ໂມງ ເຫັນວ່າລະດັບນໍ້າຫຼຸດລົງ 15 ຊັງຕີແມັດ.
- ລະດັບນໍ້າງື່ມ ທີ່ຈຸດບ້ານບຸ້ງພ້າວ ເວລາ 8:00 ໂມງ ເຫັນວ່າລະດັບນໍ້າຫຼຸດລົງ 17 ຊັງຕີແມັດ.
ການເປີດປະຕູລະບາຍນໍ້າລົ້ນແມ່ນຖືກຈັດຕັ້ງປະຕິບັດຄ່ຽງຄູ່ໄປກັບມາດຕະຖານຄວາມປອດໄພ ແລະ ອີງຕາມຂັ້ນຕອນການບໍລິຫານຈັດການການປ່ອຍນໍ້າຂອງ ຜ-ຟຟລ ກໍ່ຄື ເຂື່ອນໄຟຟ້ານໍ້າງື່ມ-1 ຢ່າງເຄັ່ງຄັດ ເພື່ອຮອງຮັບວ່າການປ່ອຍນໍ້າແມ່ນມີຄວາມປອດໄພ. ການລະບາຍນໍ້າໃນຄັ້ງນີ້ແມ່ນການປະຕິບັດຕາມມາຕະຖານໃນພາວະລະດັບນໍ້າໃນອ່າງເກັບນໍ້າເພີ່ມຂື້ນຈາກຝົນທີ່ຕົກຢ່າງຕໍ່ເນື່ອງ, ເນື່ອງຈາກວ່າເປັນຊ່ວງລະດູຝົນ ຄາດວ່າຍັງຈະມີພະຍຸ ແລະ ຝົນຕົກໜັກໃນຊ່ວງເດືອນສິງຫາ ຫາ ເດືອນກັນຍານີ້. ທັງນີ້ກໍ່ເພື່ອເປັນການຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ກັບບັນດາບ້ານທີ່ຕັ້ງລຽບຕາມລຳນໍ້າງື່ມ; ສ່ວນອ່າງເກັບນໍ້ານັ້ນຈະເຮັດໜ້າທີ່ຮອງຮັບເອົານໍ້າທີ່ໄຫຼເຂົ້າອ່າງຈຳນວນຫຼາຍແລ້ວປ່ອຍອອກຜ່ານປະຕູລະບາຍນໍ້າເທື່ອລະໜ້ອຍ.
ສຳລັບຂໍ້ມູນກ່ຽວກັບສະພາບນໍ້າຂອງເຂື່ອນໄຟຟ້າທີ່ ຜ-ຟຟລ ຄຸ້ມຄອງສາມາດເຂົ້າເບີ່ງໃນ ເວັບໄຊ໌ www.edlgen.com.la ຊຶ່ງມີການລາຍງານທຸກໆ ມື້.
ພາບ ແລະ ບົດຂ່າວໂດຍ: ພະແນກສື່ສານອົງກອນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ພະລັງງານທີ່ຍືນຍົງສຳລັບຊາດ