ກິດຈະກຳປູກຕົ້ນໄມ້ ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2018, ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ເມືອງ ທ່າແຕງ ແຂວງເຊກອງ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນ ທີ 1 ມິຖຸນາ 2018.
ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງ ແຂວງ ເຊກອງ ພ້ອມດ້ວຍ ຄະນະຜູ້ອໍານວຍການໃຫຍ່ ແລະ ບັນດາພະນັກງານ ຂອງ ຜ-ຟຟລ, ຕາງໜ້າອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນທ້ອງຖິ່ນ ເຂົ້າຮ່ວມ.
ໃນໂອກາດນີ້ ຜ-ຟຟລ ໄດ້ຈັດສັນເບ້ຍໄມ້ ຈຳນວນ 600 ເບ້ຍ ເພື່ອນຳມາປູກ ໃນບໍລິເວນໜ້າໂຮງຈັກຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເພື່ອເປັນການເພີ່ມຄວາມອຸດົມສົມບູນໃຫ້ມີຄວາມຍືນຍົງ ເປັນການສົ່ງເສີມການປູກປ່າ ແລະ ປົກປັກຮັກສາສິ່ງແວດລ້ອມໄປພ້ອມໆກັນ.
ເນື່ອງໂອກາດດັ່ງກ່າວ ຜ-ຟຟລ ຍັງໄດ້ ມອບອຸປະກອນ ການສຶກສາ ແລະ ກິລາ ລວມເປັນມູນຄ່າ 40 ລ້ານກີບ ມອບໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານ ສະທົວເໜືອ ແລະ ບ້ານ ສະທົວໃຕ້, ເມືອງທ່າແຕງ ແຂວງເຊກອງ ເພື່ອມອບໃຫ້ແກ່ນ້ອງນ້ອຍນັກຮຽນ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ.
ພະລັງງານທີ່ຍືນຍົງສຳລັບຊາດ