TRIS RATING ຈັດອັນດັບເຄດິດຫຸ້ນກູ້ບໍ່ດ້ອຍສິດ ບໍ່ມີຫລັກຊັບຄໍ້າປະກັນວົງເງີນບໍ່ເກີນ 17,500 ລ້ານບາດ “EDL-GEN” ທີ່ລະດັບ “BBB+/NEGATIVE”.

TRIS RATING ຈັດອັນດັບເຄດິດຫຸ້ນກູ້ບໍ່ດ້ອຍສິດ ບໍ່ມີຫລັກຊັບຄໍ້າປະກັນວົງເງີນບໍ່ເກີນ 17,500 ລ້ານບາດ “EDL-GEN” ທີ່ລະດັບ “BBB+/NEGATIVE”

ພະນັກງານ ຂອງ ຜ-ຟຟລ ຮ່ວມຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານ ສັນແຟນ

ພະນັກງານ ຂອງ ຜ-ຟຟລ ຮ່ວມຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານ ສັນແຟນ ໃນວັນທີ 10 ມິຖຸນາ 2018, ພະນັກງານ 3 ອົງການຈັດຕັ້ງມະຫາຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ຮ່ວມໃຈກັນສົມທົບທຶນ ຈຳນວນ 20 ກວ່າລ້ານກີບ ພ້ອມດ້ວຍສິ່ງຂອງຈຳນວນໜຶ່ງ ລວມມີ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ຄອບຄົວທີ່ເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານສັນແຟນ, ເມືອງຄໍາ, ແຂວງຊຽງຂວາງ.

ຜົນການຈັດອັນດັບຄວາມໜ້າເຊື່ອຖື ຂອງ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ໂດຍ TRIS Rating ໃນວັນທີ 07 ມິຖຸນາ 2018

ຜົນການຈັດອັນດັບຄວາມໜ້າເຊື່ອຖື ຂອງ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ໂດຍ TRIS Rating ໃນວັນທີ 07 ມິຖຸນາ 2018 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນວັນທີ 07 ມິຖຸນາ 2018  ຜ-ຟຟລ ຍັງສາມາດຮັກສາລະດັບຄວາມໜ້າເຊື່ອຖືຂອງບໍລິສັດ ແລະ ລະດັບຄວາມໜ້າເຊື່ອຖືຂອງຮຸ້ນກູ້ປະເພດບໍ່ດ້ອຍສິດແລະບໍ່ມີຫຼັກປະກັນ ຂອງບໍລິສັດ ໃນລະດັບ “BBB+” ແລະ ມີແນວໂນ້ມຂອງລະດັບຄວາມໜ້າເຊື່ອຖື “ລົບ”. ລາຍລະອຽດກ່ຽວກັບເຫດຜົນແລະຂໍ້ມູນທາງການເງິນທີ່ສໍາຄັນ ແມ່ນໄດ້ລະບຸໄວ້ໃນ ບົດລາຍງານຜົນການຈັດລະດັບຄວາມໜ້າເຊື່ອຖືຂອງບໍລິສັດ ໂດຍ TRIS Rating ທີ່ຄັດຕິດມາພ້ອມນີ້.

ຄະນະຜູ້ອຳນວຍການ ຢ້ຽມຢາມ ການໄຟຟ້າ ຝ່າຍຜະລິດ ແຫ່ງລາຊອານາຈັກໄທ

ຄະນະຜູ້ອຳນວຍການ ຢ້ຽມຢາມ ການໄຟຟ້າ ຝ່າຍຜະລິດ ແຫ່ງລາຊອານາຈັກໄທ ໃນວັນທີ 04 ມິຖຸນາ 2018, ທ່ານ ບຸນອຸ້ມ ສີວັນເພັງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ), ຮອງປະທານສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ວິບູນ ເຣີກສິຣະໄທ ຜູ້ວ່າການ ການໄຟຟ້າ ຝ່າຍຜະລິດ ແຫ່ງປະເທດໄທ (ກຝຜ), ທີ່ສຳນັກງານໃຫຍ່ ບາງກອກ, ລາຊອານາຈັກໄທ.

ຜ-ຟຟລ ໄດ້ຮັບລາງວັນ Green leadership ໃນງານ Asia Responsible Enterprise Award (AREA) 2018

ຜ–ຟຟລ ໄດ້ຮັບລາງວັນ Green leadership ໃນງານ Asia Responsible Enterprise Award (AREA) 2018 ໃນວັນທີ 1 ມິຖຸນາ 2018, ຜ-ຟຟລ ໄດ້ຮັບລາງວັນດີເດັ່ນໃນສາຂາ Green leadership ລາງວັນດັ່ງກ່າວມອບໃຫ້ກັບບັນດາວິສາຫະກິດທີ່ໄດ້ປະກອບສ່ວນໃນການມີສ່ວນຮ່ວມຕໍ່ການສົ່ງເສີມຄວາມຍືນຍົງຂອງສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ພາຍໃຕ້ ລາງວັນທຸລະກິດທີ່ມີສ່ວນຮ່ວມຕໍ່ສັງຄົມແຫ່ງອາຊີ (Asia Responsible Enterprise Award) ປະຈໍາປີ 2018 ຊຶ່ງມອບໂດຍ Enterprise Asia, ທີ່ ນະຄອນຫຼວງມະນິລາ, ປະເທດ ຟິລິປິນ.

ສື່ມວນຊົນ ຈາກປະເທດໄທ ຢ້ຽມຢາມ ຜ-ຟຟລ

ສື່ມວນຊົນ ຈາກປະເທດໄທ ຢ້ຽມຢາມ ຜ-ຟຟລ ສື່ມວນຊົນ ຈາກປະເທດໄທ ໄດ້ເດີນທາງມາຢ້ຽມຢາມ ສຳນັກງານໃຫຍ່ ຂອງບໍລິສັດ ຜະລິດ ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໃນວັນທີ 25 ພຶດສະພາ 2018 ເພື່ອຮັບຟັງ ປະຫວັດ ຄວາມເປັນມາຂອງບໍລິສັດ, ແຜນການຂະຫຍາຍທຸລະກິດ ຂອງ ຜ-ຟຟລ.ໃຫ້ການຕ້ອນຮັບແຂກທີ່ມາຢ້ຽມຢາມ ແລະ ໂອ້ລົມໃນຄັ້ງນີ້ ໂດຍມີທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ ແລະ ທ່ານ ດຮ ບຸນສະຫຼອງ ສຸດທິດາລາ ຮອງຜູ້ອຳນວຍການໃຫຍ່ ສາຍງານການເງີນ.

ກິດຈະກຳປູກຕົ້ນໄມ້ ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

ກິດຈະກຳປູກຕົ້ນໄມ້ ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2018, ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ເມືອງ ທ່າແຕງ ແຂວງເຊກອງ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນ ທີ 1 ມິຖຸນາ 2018. ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງ ແຂວງ ເຊກອງ ພ້ອມດ້ວຍ ຄະນະຜູ້ອໍານວຍການໃຫຍ່ ແລະ ບັນດາພະນັກງານ ຂອງ ຜ-ຟຟລ, ຕາງໜ້າອຳນາດການປົກຄອງທຸກຂັ້ນ ແລະ…